ໂຄງການອາຫານມອບອຸປະກອນໃຫ້ 15 ເປົ້າໝາຍ

  ໃນວັນທີ 9 ພະຈິກ 2020 ອົງການສຸພານິມິດປະຈຳແຂວງສາລະວັນ ຫຼືໂຄງການອາຫານປະຈຳເມືອງຕຸ້ມລານໄດ້ລົງມອບອຸປະກອນເພື່ອສົ່ງເສີມໃຫ້ຊຸມຊົນໄດ້ເຂົ້າ ເຖິງວຽກງານສຸຂະອະນາໄມໃຫ້ແກ່ 15 ບ້ານເປົ້າໝາຍຂອງໂຄງການ, ຊຶ່ງຈັດຂຶ້ນຢູ່ຫ້ອງການບ້ານນາກະຕາວ, ພາຍໃຕ້ການເປັນປະທານຂອງທ່ານ ແສງອາລຸນ ອຸ່ນຄຳມະນີ ຮອງເຈົ້າເມືອງຕຸ້ມລານຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸກສະຫວັນ ຈັນທະມຸຍຫົວໜ້າຫ້ອງ ການສາທາລະນະສຸກເມືອງ, ທ່ານ ສາຍຝົນ ສາຍພູຫຼວງຫົວໜ້າຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວເມືອງ, ທ່ານ ພັນມະລີ ສີລິພົງ ຫົວໜ້າຜູ້ປະສານງານອົງການສຸພັນນິມິດສາກົນປະຈຳແຂວງສາລະວັນ, ມີເລຂາໜ່ວຍພັກ-ນາຍບ້ານຈຳນວນ 15 ບ້ານເປົ້າໝາຍຂອງໂຄງການເຂົ້າຮ່ວມ.

  ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີ 5 ລາຍການຄື: ໂທລະ ໂຄ່ງ 15 ຊຸດ, ຖັງໃສ່ນໍ້າກິນ 13,8 ລິດ, ມີ 248 ໜ່ວຍ, ກາຕົ້ມນໍ້າ 8 ລິດ, ມີ 248 ໜ່ວຍ, ຖັງຢ່າງ 120 ລິດ, ມີ 336 ໜ່ວຍ ແລະຖັງລ້າງມື 40 ລິດ, ມີ 500 ໜ່ວຍ, ລວມມູນຄ່າທັງໝົດ 216 ລ້ານກວ່າກີບ, ນອກຈາກນັ້ນຫ້ອງການທີ່ກ່ຽວຂ້ອງກໍ່ໄດ້ຂຶ້ນອະທິບາຍ ການນຳໃຊ້ອຸປະກອນໃນບາງລາຍການເປັນຕົ້ນແມ່ນການນຳໃຊ້ໂທລະໂຄ່ງເຊັ່ນ: ເວລາໃນການປິດ-ເປີດ, ການອ່ານຂ່າວ, ອ່ານແຈ້ງການ ແລະການຖ່າຍທອດຂ່າວຈາກວິທະຍຸກະຈາຍສຽງແຂວງສາລະວັນທັງນີ້ກໍ່ເພື່ອໃຫ້ບ້ານທີ່ມີໂທລະໂຄ່ງປະຕິບັດຕາມກົດລະບຽບການຂອງຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວເມືອງຕຸ້ມລານວາງອອກ,ເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະຊັດເຈນ,ປາສະຈາກຂ່າວລື,ຂ່າວປອມ ແລະຂ່າວອະກຸສົນຕ່າງໆ.

 ໃນຂະນະດຽວກັນນີ້ທ່ານ ພັນມະລີ ສີລິພົງ ຫົວໜ້າຜູ້ປະສານງານອົງການສຸພັນນິມິດສາກົນປະຈຳແຂວງສາລະວັນໄດ້ເນັ້ນໜັກໃຫ້ອຳນາດການປົກຄອງແຕ່ລະຂັ້ນໃຫ້ເອົາໃຈໃສ່ໃນການຊຸກຍູ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໃຫ້ມີຄວາມຕື່ນຕົວສູງໃນການປະກອບສ່ວນເຫື່ອແຮງສຸມຈິດສຸມໃຈໃສ່ວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ເຮັດແນວໃດເພື່ອເຮັດໃຫ້ສະມາຊິກພາຍໃນຄອບຄົວມີສຸຂະພາບທີ່ແຂງແຮງປາສະຈາກການເຈັບເປັນ ແລະພະຍາດທີ່ຈະເກີດຂຶ້ນຕ່າງໆ, ເຮັດແນວໃດຈຶ່ງຈະສາມາດປະກາດບ້ານ ແລະເມືອງເປັນເມືອງຢຸດຕິການຖ່າຍແບບຊະຊາຍໃນປີ 2023 ຕາມແຜນຍຸດສາດຂອງເມືອງ.

---------

ຂຽນໂດຍ: ວຽງສະຫວັນ ແສນຄຳ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ