ແຂ່ງຂັນກີລາດອກປີກໄກ່ຕ້ອນຮັບວັນຊາດ ຄົບຮອບ 45 ປີ

  ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 45 ປີ ແລະຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກແຂວງສະຫວັນນະເຂດທີ່ຈະມາເຖິງໃນມໍ່ໆນີ້, ດັ່ງນັ້ນ, ມາໃນລະຫວ່າງວັນທີ 7-8 ພະຈິກ 2020 ທາງສະຫະພັນກີລາດອກປີກໄກ່ແຂວງສະຫວັນນະເຂດຈຶ່ງໄດ້ຈັດງານແຂ່ງຂັນກີລາດອກປີກໄກ່ຊີງຂັນທ່ານເຈົ້າແຂວງສະຫວັນນະເຂດຂຶ້ນຊຶ່ງໄດ້ມີພາກສ່ວນຕ່າງໆທັງພາກລັດ, ເອກະຊົນ, ຊາວໜຸ່ມ, ເພດຍິງ ແລະຊັ້ນຄົນຕ່າງໆໃນສັງຄົມເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

  ທ່ານ ສົມຈິດ ລາຊະວົງ ປະທານສະພັນກີລາດອກປີກໄກ່ແຂວງໄດ້ກ່າວໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກີລາດອກປີກໄກ່ຊີງຂັນທ່ານເຈົ້າແຂວງສະຫວັນນະເຂດໃນຄັ້ງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດຂອງແຂວງຊຶ່ງມີຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດຈຳນວນ 55 ຄູ່ ແລະ ໄດ້ແບ່ງການແຂ່ງຂັນອອກເປັນ 4 ປະເພດຄື: ຄູ່ຊາວໜຸ່ມທົ່ວໄປມີ 8 ຄູ່, ປະເພດຄູ່ຍິງ ມີ 5 ຄູ່, ປະເພດຄູ່ອາວຸໂສຊາຍ(ກ) ມີ 20 ຄູ່ ແລະຄູ່ອາວຸໂສຊາຍ (ຂ) ມີຈຳນວນ 21 ຄູ່ ໂດຍຜູ້ທີ່ຊະນະເລີດຈະໄດ້ຮັບຂັນລາງວັນ 1 ໜ່ວຍພ້ອມເງິນສົດ 1 ລ້ານກີບ ແລະຮອງຊະນະເລີດຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 5 ແສນກີບ; ຜ່ານຈາກການ

ແຂ່ງຂັນກັນໃນສອງວັນຜົນປາກົດວ່າ: ຄູ່ຊາວໜຸ່ມທົ່ວໄປຊະນະເລີດໄດ້ແກ່ຄູ່ ໜຸກ+ເມັງ,ປະເພດຄູ່ຍິງອັນດັບ 1 ແມ່ນຄູ່ອຸ້ຍ+ນົງ, ປະເພດຄູ່ອາວຸໂສ (ກ) ຊະນະເລີດໄດ້ແກ່ຄູ່ໂກ້+ເທວັນ, ສ່ວນອາວຸໂສຊາຍ (ຂ) ອັນດັນ 1 ໄດ້ແກ່ຄູ່ສົມບູນ+ໜູນາ, ເປັນກຽດມອບລາງວັນໃນຄັ້ງນີ້ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດາກນີ້ກໍ່ມີທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ ແລະທ່ານ ສົມຈິດ ລາຊະວົງ ທີ່ໄດ້ຜັດປ່ຽນກັນຂຶ້ນມອບລາງວັນ.

------------

ຂຽນໂດຍ: ສະຫວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ