ສໍາຜັດບັນຍາກາດທໍາມະຊາດ ຕາດໂທນ

  ຕາດໂທນ ສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີກແຫ່ງໜຶ່ງເພາະເປັນຕາດທີ່ອ້ອມຮອບໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ສີຂຽວຄຽງຂ້າງກັນກໍ່ມີທິວທັດທໍາ ມະຊາດ, ຊີວະນາໆພັນ, ມີສາຍລົມເຢັນພັດໂຊຍມາຕະຫຼອດເວລາ, ປະກອບກັບນໍ້າທີ່ໃສສະອາດ ແລະເຢັນດີໄຫຼລົງມາໜ້າຊະອອນສໍາຜັດແລ້ວມີຄວາມສຸກຈິດໃຈເພີດ ເພີນໄປຈົນລືມອິດລືມເມື່ອຍໂດຍລວມຍັງຄົງຮັກສາໄວ້ທໍາມະຊາດບໍ່ມີຫຍັງປ່ຽນແປງ, ຈຶ່ງກາຍເປັນທີ່ນິຍົມຊົມຊອບຂອງບັນດານັກທ່ອງທ່ຽວທັງພາຍໃນເອງ ແລະຕ່າງປະເທດອີກດ້ວຍ.

ຕາດດັ່ງກ່າວມີສາຍນໍ້າໄຫຼລົງມາຈາກເທິງພູກັນຕອງຄວາມໃສສະອາດໂດຍທໍາມະຊາດຢ່າງແທ້ຈິງ, ມີຫີນຂະໜາດນ້ອຍໃຫຍ່ຢັງຢາຍກັນເປັນພັກເປັນພັກສູງ 20 ແມັດ ແລະກວ້າງ 15 ແມັດ ເມື່ອສາຍນໍ້າໄຫຼລົງມາສາດໃສ່ຫີນເບິ່ງແລ້ວສວຍງາມກິນໃຈ,ອ້ອມຮອບຕາດກໍມີຮົ່ມໄມ້ນ້ອຍໃຫຍ່ບົດບັງແສງແດດເຮັດໃຫ້ເຢັນສະບາຍ, ນອກນັ້ນໃນບໍລິເວນຕາດມັດທິງເປັນເຂດທີ່ອຸດົມສົມບູນໄປດ້ວຍທຳມະຊາດ,ສັດນໍ້າ,ສັດບົກ ແລະພືດພັນນາໆຊະນິດ,ອີກທັງຍັງເປັນທໍາມະຊາດທີ່ສວຍງາມຂອງພູຜາປ່າໄມ້ ແລະໜ່ວຍພູສະຫຼັບສັບຊ້ອນເປັນໜ້າສະອອນເມື່ອໄດ້ສຳພັດ.

   ຕາດໂທນ ຕັ້ງຢູ່ບ້ານໂມ ເມືອງລະມາມ ແຂວງເຊກອງ ຫ່າງຈາກເທສະບານເມືອງອອກໄປທາງທິດໃຕ້ 2 ກິໂລແມັດ, ຊຶ່ງໄດ້ເປີດບໍລິການແລ້ວໃນປີ 2008.