ຊາວນາບ້ານໃຫຍ່ທົ່ງແສນເກັບກ່ຽວເຂົ້ານາປີສໍາເລັດແລ້ວ 80%

  ປະຈຸບັນຊາວນາບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ສຸມໃສ່ການເກັບກ່ຽວເຂົ້ານາປີຢ່າງເປັນຂະບວນຟົດຟື້ນຊຶ່ງສໍາເລັດແລ້ວ 80% ແລະພາຍຫຼັງການເກັບກ່ຽວສໍາເລັດປະຊາຊົນພາຍໃນບ້ານຈະຂຸ້ນຂ້ຽວປູກພືດລະດູແລ້ງຊຶ່ງປະກອບມີ ສາລີ, ຖົ່ວດິນ, ມັນດ້າງ ແລະພືດຜັກສວນຄົວຕ່າງໆ.

 ທ່ານ ບົວແກ້ວ ສຸດທິໄຊ ຮອງນາຍບ້ານໆໃຫຍ່ທົ່ງແສນ ເມືອງຄຳເກີດ ໃຫ້ຮູ້ວ່າ: ບ້ານໃຫຍ່ທົ່ງແສນເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມພັດທະນາທົ່ງແສນປະກອບມີ 3 ຄຸ້ມຄື: ຄຸ້ມໂພນສີ, ຄຸ້ມໂພນວິໄລ ແລະຄຸ້ມທົ່ງແສນ ມີ 632 ຫຼັງຄາເຮືອນ, 876 ຄອບຄົວ, ມີພົນລະເມືອງທັງໝົດ 4.166 ຄົນ, ຍິງ 2.130 ຄົນ, ມີ 2 ເຜົ່າຢູ່ຮ່ວມກັນຄື: ເຜົ່າມົ້ງກວມເອົາ 84,2% ແລະ ເຜົ່າລາວລຸ່ມກວມເອົາ 15,8%; ໝົດບ້ານມີເນື້ອທີ່ທໍາການຜະລິດທັງໝົດ 5 ພັນກ່ວາເຮັກຕາ, ໃນນັ້ນມີເນື້ອທີ່ນາ 1.173 ເຮັກຕາ ແລະເນື້ອທີ່ສວນ 4.459 ກວ່າເຮັກຕາ, ຊຶ່ງສ່ວນໃຫຍ່ແມ່ນປູກມັນຕົ້ນໃນເນື້ອທີ່ 500 ກວ່າເຮັກຕາ, ນອກນັ້ນຍັງໄດ້ປູກສາລີ, ຖົ່ວດິນ, ມັນດ້າງ, ໝາກຖົ່ວ, ພືດລົ້ມລຸກ ແລະພືດຜັກສວນຄົວ.

  ປະຈຸບັນປະຊາຊົນພາຍໃນບ້ານແມ່ນກໍາລັງຂຸ້ນຂ້ຽວໃນການເກັບກ່ຽວເຂົ້ານາປີໃຫ້ທ່ວງທັນກັບລະດູການຊຶ່ງສາມາດສໍາເລັດ ແລ້ວ 80% ສະມັດຕະພາບເຂົ້າສະເລ່ຍໄດ້ 3-3,5 ໂຕນຕໍ່ເຮັກຕາ ໃນປີນີ້ເຂົ້ານາປີແມ່ນໄດ້ຫຼຸດລົງກ່ວາປີຜ່ານມາເພາະຝົນຕົກບໍ່ຖືກຕ້ອງຕາມລະດູການເຮັດໃຫ້ການປັກດໍາເຂົ້ານາປີຊ້າກ່ວາປີຜ່ານມາ ແລະພາຍຫຼັງການເກັບກ່ຽວເຂົ້ານາປີສໍາເລັດແລ້ວປະຊາຊົນພາຍໃນບ້ານຍັງໄດ້ສຸມໃສ່ການປູກພືດລະດູແລ້ງເຊັ່ນ: ສາລີ, ຖົ່ວດິນ, ມັນດ້າງ ແລະພືດຜັກສວນຄົວເພື່ອສົ່ງຂາຍຕາມທ້ອງຕະຫຼາດ. ນອກຈາກການເກັບກູ້ພືດລະດູຝົນແລ້ວປະຊາຊົນຍັງໄດ້ສຸມໃສ່ການເກັບກູ້ມັນຕົ້ນຊຶ່ງເປັນສິນຄ້າທີ່ປະຊາຊົນພາຍໃນເຂດພວມນິຍົມກັນປູກຢ່າງຫຼວງ ຫຼາຍ, ສະເລ່ຍ 30 ໂຕນຕໍ່ 1 ເຮັກຕາ ແລະຂາຍໃນລາຄາ 1.400 ກີບຕໍ່ກິໂລ, ສໍາລັບມັນຕົ້ນດິບຂາຍໃນລາຄາ 450 ຕໍ່ກິໂລ.

 ນອກຈາກການປູກຝັງແລ້ວປະຊາຊົນຍັງໄດ້ລ້ຽງສັດຕື່ມອີກເຊັ່ນ: ງົວ-ຄວາຍ 700 ກວ່າໂຕ, ໝູ 200 ກວ່າໂຕ, ແບ້ 200 ກວ່າໂຕ ແລະສັດປີກອີກ 2 ພັນກວ່າໂຕ, ສະເລ່ຍລາຍຮັບຂອງປະຊາຊົນໃນ 1 ປີ ໄດ້ 2-3 ລ້ານກວ່າກີບຕໍ່ຄົນຕໍ່ປີ.