ສຶກສາ ສາລະວັນ ຝຶກອົບຮົມນຳໃຊ້ຫຼັກສູດ ສະບັບປັບປຸງໃໜ່ຊັ້ນປະຖົມ

ວັນທີ 18 ກຸມພາ 2019 ທີ່ຫ້ອງປະຊຸມສູນໄອຊີທີໄດ້ເປີດ ບັ້ນຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກຂັ້ນແຂວງເພື່ອນຳໃຊ້ຫຼັກສູດສະບັບປັບປຸງໃໜ່ສຳລັບຊັ້ນປະຖົມສຶກສາ, ເຂົ້າຮ່ວມໂດຍ: ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ, ມີທ່ານ ທອງສະຫວັນ ນາມມີໄຊ ຮອງຫົວໜ້າພະແນກພັດ ທະນາຫຼັກສູດສະຖາບັນບໍລິຫານ ການສຶກສາ, ມີຄູຝຶກຫຼັກແຫຼ່ງ, ຄູຝຶກຂັ້ນແຂວງຈາກພະແນກສຶກສາ ແລະ 8 ຕົວເມືອງ, ວິທະຍາໄລຄູ ສາລະວັນເຂົ້າຮ່ວມ.

ບັ້ນຝຶກອົບຮົມຄັ້ງນີ້ສຳມະນາ ກອນຈະໄດ້ຮຽນຮູ້ກ່ຽວກັບພາລະ  ບົດບາດ, ໜ້າທີ່, ທັກສະ ແລະ ຄວາມຮູ້, ການສັງເກດການສອນ ໃນຫ້ອງຮຽນຊັ້ນປະຖົມ, ຫຼັກສູດ ຊັ້ນປະຖົມສຶກສາສະບັບໃໜ່, ເດັກ ປະຖົມຮຽນຮູ້ແບບໃດ - ການພັດທະ ນາຂອງເດັກ, ທັກສະການຈັດການ ຝຶກອົບຮົມ ແລະການຮຽນຮູ້ຂອງ ຜູ້ໃຫຍ່, ການຝຶກຊ້ອມການຈັດການຝຶກອົບຮົມ, ທັກສະການເຮັດວຽກ ແບບມືອາຊີບ ແລະ ທັດສະນະຄະຕິ ຂອງຄູຝຶກຫຼັກແຫຼ່ງ, ການພັດທະ ນາວິຊາຊີບແບບຕໍ່ເນື່ອງ, ທົບ ທວນ ແລະການສະທ້ອນຄືນ, ທັງ ໄດ້ແລກປ່ຽນບົດຮຽນລະຫວ່າງ ການຈັດຕັ້ງປະຕິບັດວຽກງານໃນ ແຕ່ລະເຂດ, ຄົ້ນຄວ້າ, ສຶກສາຂັ້ນ ຕອນ,  ວິທິການແນໃສ່ເຮັດໃຫ້ການ ປະຕິບັດໜ້າທີ່ວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ ແລະເປັນເອກະພາບໃນການນຳໃຊ້ຫຼັກສູດສະບັບປັບປຸງສຳລັບຊັ້ນປະຖົມສຶກສາໃຫ້ດີຂຶ້ນກວ່າເກົ່າ.

ໂອກາດດຽວກັນນັ້ນ, ຫົວໜ້າ ພະແນກສຶກສາທິການ ແລະກີລາ ແຂວງກໍ່ໄດ້ເນັ້ນໜັກໃຫ້ບັນດາຄູ ຝຶກຂັ້ນແຂວງທີ່ເຂົ້າຮ່ວມຝຶກອົບ ຮົມຄັ້ງຈົ່ງເອົາໃຈໃສ່ໃນການແລກ ປ່ຽນຄຳຄິດຄຳເຫັນ, ປຶກສາຫາລື ໃນການສຶກສາຄົ້ນຄວ້າເພື່ອນຳ ເອົາບົດຮຽນທີ່ລ້ຳຄ່າຄັ້ງນີ້ໄປນຳໃຊ້ໃຫ້ເກີດປະສິດທິພາບໃນເມືອງ ຂອງຕົນພັດທະນາຄວາມເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບບົດບາດໜ້າ ທີ່ ແລະ ພາລະຂອງຄູຝຶກທັງຮຽກຮ້ອງໃຫ້ບັນດາຄູຝຶກເອົາໃຈໃສ່ຄົ້ນຄວ້າ ແລະ ຮັບເອົາບົດຮຽນໃໝ່ໆ ສ້າງໃຫ້ວຽກງານການສຶກສາພາຍ ໃນແຂວງເວົ້າສະເພາະພາຍໃນ ເມືອງໃຫ້ມີບາດກ້າວອັນໃໜ່ທີ່ດີ ຂຶ້ນເປັນຕົ້ນ: ການນຳໃຊ້ຫຼັກສູດ ສະບັບປັບປຸງໃໜ່ສຳລັບຊັ້ນປະຖົມ ສຶກສາໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຕົວຈິງ.