ໄຊສົມບູນ ຈັດກອງປະຊຸມຊີ້ແຈງອະນຸວັນສັກວັກຊິນກັນພະຍາດ

  ກອງປະຊຸມຊີ້ແຈງອະນຸວັນ ສັກວັກຊິນກັນພະຍາດແຫ່ງຊາດ, ຕອບໂຕ້ພະຍາດໂປລີໂອ, ໝາກແດງນ້ອຍ-ໝາກແດງໃຫຍ່ ແລະຕະລຸມບອນສັກວັກຊິນປົກກະຕິແຕ່ປີ 2016 ຫາ 9 ເດືອນປີ 2020 ທົ່ວແຂວງໄຊສົມບູນ, ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ ຜ່ານມາຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງໂດຍການເປັນປະທານ ຂອງທ່ານ ດຣ. ບົວເກດ ວົງປະເສີດ ຫົວໜ້າພະແນກສາທາລະນະສຸກແຂວງ,ມີຄະນະກຳມະທິການເພື່ອແມ່ ແລະເດັກຂັ້ນແຂວງ,ຂັ້ນເມືອງພ້ອມດ້ວຍຫ້ອງການສາ ທາລະນະສຸກ 5 ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໄລຍະຜ່ານມາພະແນກສາທາລະນະສຸກແຂວງ ແລະ5 ເມືອງ ໄດ້ເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານໃຫ້ວັກຊິນເດັກກຸ່ມເປົ້າໝາຍໂດຍປະຕິບັດການໃຫ້ບໍລິການຕາມ 3 ຍຸດທະສາດເປັນຕົ້ນແມ່ນການບໍລິການໃຫ້ວັກຊິນຕາມຈຸດຄົງທີ່, ການບໍລິການເຄື່ອນທີ່ຫາບ້ານເຂດຫ່າງໄກສອກຫຼີກ ແລະການລົງເຄື່ອນທີ່ແບບເຊື່ອມສານຄົບຊຸດ-ຮອບຕະລຸມບອນ, ພ້ອມທັງລົງສົມທົບກັບອໍານາດການປົກຄອງແຕ່ລະທ້ອງຖິ່ນເພື່ອປຸກລະດົມຂົນຂວາຍປະຊາຊົນບ້ານທີ່ມີຄວາມສ່ຽງຢ່າງເປັນປົກກະຕິຊຶ່ງການໃຫ້ວັກຊິນເດັກໃນເກນອາຍຸໄລຍະຜ່ານມາແມ່ນບໍ່ສາມາດປະຕິບັດໄດ້ຕາມຄາດໝາຍຍ້ອນສາເຫດ ແລະສິ່ງທ້າທາຍຫຼາຍບັນຫາໂດຍສະເພາະແມ່ນພໍ່ແມ່ຜູ້ປົກຄອງເດັກປະ ຕິເສດການໃຫ້ວັກຊິນກັນພະຍາດຕ່າງໆ.

  ພ້ອມນັ້ນ, ຄະນະກຳມະການເພື່ອແມ່ ແລະເດັກຂັ້ນແຂວງ ແລະເມືອງໄດ້ພ້ອມກັນປຶກສາຫາລືຕໍ່ບັນຫາດັ່ງກ່າວເພື່ອວາງແຜນທິດທາງໃນຕໍ່ໜ້າທັງກະກຽມຄວາມພ້ອມ ແລະສ້າງແຜນຈຸລະພາກໃນການລົງເຄື່ອນໄຫວຈັດຕັ້ງປະຕິບັດວັນອະນຸໃຫ້ວັກຊິນກັນພະຍາດແຫ່ງຊາດ, ພະຍາດໂປລິໂອ ແລະພະຍາດໝາກແດງຢູ່ທົ່ວແຂວງໄຊສົມບູນເພື່ອເຮັດໃຫ້ວຽກງານດັ່ງກ່າວສາມາດບັນລຸຕາມຄາດໝາຍ.

---------

ຂຽນໂດຍ: ພາພອນ ນະວົງໄຊ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ