ບ້ານຫ້ວຍຊາຍນ້ອຍ ໄດ້ຮັບອາຄານຮຽນອະນຸບານຫຼັງໃໝ່

  ໃນວັນທີ 11 ພະຈິກ ຜ່ານມາທີ່ໂຮງຮຽນປະຖົມສົມບູນບ້ານຫ້ວຍຊາຍນ້ອຍ ໄດ້ມີພິທີມອບ-ຮັບອາຄານຮຽນຊັ້ນອະນຸບານໃຫ້ ໂຮງຮຽນປະຖົມສົມບູນບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງພະຫຼັກຄຳຣັດຕະນະມະນີໂຊຕີກາຈານອາດຍາທຳ ຄຳເງິນ ຄຳວົງ ເຈົ້າຄະນະ ແຂວງບໍ່ແກ້ວ ຜູ້ໃຫ້ງົບປະມານ ແລະປຸກລະດົມທຶນຮອນໃນການກໍ່ສ້າງກັບທ່ານ ສົມພິດ ຈັນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫ້ວຍຊາຍເພື່ອມອບຕໍ່ໃຫ້ແກ່ອຳນາດການປົກຄອງບ້ານ ແລະອຳນວຍການ, ຄູ-ອາຈານໂຮງຮຽນບ້ານຫ້ວຍຊາຍນ້ອຍ ເປັນຜູ້ປົກປັກຮັກສານຳໃຊ້, ໂດຍການເຂົ້າຮ່ວມຂອງທ່ານ ດາລີວັນ ພູສະຫວັນ ປະທານແນວລາວສ້າງຊາດແຂວງ, ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງຫ້ວຍຊາຍ, ມີບັນດາການນຳເມືອງຜູ້ຊີ້ນຳກຸ່ມບ້ານ, ຄະນະພັກ, ອົງການປົກຄອງບ້ານ, ຄູ-ອາຈານ ແລະປະຊາຊົນເຈົ້າສັດທາ ຈາກເມືອງຕົ້ນເຜິ້ງເຂົ້າຮ່ວມ.

  ໂຄງການກໍ່ສ້າງອາຄານຮຽນອະນຸບານແມ່ນເລີ່ມສ້າງມາແຕ່ວັນທີ 9 ມີຖຸນາ 2019 ໃຊ້ເວລາການ ກໍ່ສ້າງ 11 ເດືອນ ປະກອບມີ 1 ຫຼັງ, ມີ 4 ຫ້ອງ, ຂະໜາດກວ້າງ 8 ແມັດ, ຍາວ 28 ແມັດ, ເປັນອາຄານແບບຖາວອນຊັ້ນດຽວ ໂຄງສ້າງເບຕົງເສີມເຫຼັກ, ໂຄງຫຼັງຄາໄມ້, ມຸງດ້ວຍສັງກະສີອາລູຊິງ, ຝາກໍ່ດ້ວຍດີນບ໋ອກຕັນໂບກສອງດ້ານພ້ອມທາສີ, ເພດານແຜ່ນລຽບຕິດຕັ້ງໄຟຟ້າຄົບຊຸດ, ລວມມູນຄ່າ 245,5 ລ້ານກີບ ໂດຍໄດ້ ຮັບທຶນສົມທົບຈາກການລະດົມພະສົງສຳມະເນນ, ອອກຕົນສັດທາ ແລະປະຊາຊົນພາຍໃນບ້ານ ພ້ອມກັບການສ້າງກອງບຸນຜ້າປ່າສາມັກຄີຫຼາຍບ້ານຈາກເມືອງຕົ້ນເຜິ້ງ, ພິທີໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ, ເຈົ້າເມືອງ ແລະໃບຊົມເຊີຍໃຫ້ຜູ້ທີ່ປະກອບທຶນສົມທົບເຂົ້າໃນການກໍ່ສ້າງ ແລະມອບອຸປະກອນການຮຽນ, ເຄື່ອງຫຼິ້ນຂອງເດັກນ້ອຍ, ເຄື່ອງຫຼິ້ນກິລາ, ອຸປະກອນຮັບໃຊ້ໃນໂຮງຮຽນຈຳນວນໜຶ່ງຕື່ມອີກ.

  ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍໄດ້ມີຄຳເຫັນໂອ້ລົມໃຫ້ຄະນະພັກອຳນາດການປົກຄອງບ້ານ ແລະໂຮງຮຽນສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສານໍາໃຊ້ໃຫ້ຍາວນານ ແລະເກີດປະໂຫຍດສູງສຸດ, ຮຽກຮ້ອງໃຫ້ປະຊາຊົນຈົ່ງນຳເອົາລູກຫຼານຂອງຕົນໃນເກນອາຍຸມາເຂົ້າໂຮງຮຽນ, ເປັນເຈົ້າການສຶກສາອົບຮົມລູກຫຼານໃຫ້ເປັນຄົນຮູ້ຜູ້ດີຂອງສັງຄົມ ແລະສະແດງຄວາມຮູ້ບຸນຄຸນຕໍ່ອົງການພຸດທະສາສະໜາສຳພັນລາວແຂວງບໍ່ແກ້ວ ແລະຜູ້ປະກອບການປະຊາຊົນບັນດາເຜົ່າເຈົ້າສັດທາທີ່ເຫັນໄດ້ຄວາມສຳຄັນຕໍ່ວຽກງານສຶກສາຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານ, ພິທີໄດ້ພ້ອມກັນເປີດປ້າຍໂຮງຮຽນ ແລະປູກຕົ້ນໄມ້ຕື່ມອີກ.

----

ໜັງສືພິມ ເສດຖະກິດ-ສັງຄົມ