ມສ ຕຸ້ມລານ ປະເມີນການສ້າງໜ່ວຍພັກເຂັ້ມແຂງ

  ເມື່ອບໍ່ດົນມານີ້ ໜ່ວຍພັກໂຮງຮຽນ ມສ ຕຸ້ມລານ ແຂວງສາລະວັນ ໄດ້ຈັດພິທີປະເມີນການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຊຶ່ງຈັດຂຶ້ນ ຢູ່ຫ້ອງປະຊຸມຂອງໂຮງຮຽນ ມສ  ຕຸ້ມລານ, ພາຍໃຕ້ການເປັນປະທານຂອງທ່ານ ສຸວັນນະແສງ ທອນພະຈັນ ເລຂາໜ່ວຍພັກຜູ້ອຳນວຍການໂຮງ ຮຽນ ມສ ຕຸ້ມລານ, ມີ ຫ້ອງການທີ່ກ່ຽວຂ້ອງ ແລະແຂກທີ່ຖືກເຊື່ອເຊີນຕະຫຼອດຮອດພະນັກງານສະມາຊິກພັກຂອງໂຮງຮຽນ ມສ ເຂົ້າຮ່ວມ.

 ທ່ານ ສຸວັນນະແສງ ທອນພະຈັນ ເລຂາໜ່ວຍພັກຜູ້ອຳນວຍການໂຮງຮຽນ ມສ ຕຸ້ມລານ ໄດ້ຂຶ້ນ ຜ່ານຮ່າງບົດສະຫຼຸບການນຳພາຮອບດ້ານຂອງໜ່ວຍພັກໂຮງຮຽນ ມສ ຕຸ້ມລານ ປະຈຳ ປີ 2020 ແລະທິດທາງແຜນການສູ້ຊົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ປະຈຳປີ 2021, ໜ່ວຍພັກໂຮງຮຽນ ມສ ຕຸ້ມລານ ມີສະມາຊິກພັກທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ, ດ້ານການ ເມືອງ-ແນວຄິດຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກໃນແຕ່ລະໄລຍະ, ໂດຍນຳເອົາບັນດາເອກະສານທີ່ສຳຄັນຕ່າງໆຂອງພັກ-ຂອງຊາດມາເຜີຍແຜ່ເຊື່ອມຊຶມ, ໂຄສະນາປາຖະກະຖາໃຫ້ບັນດາສະມາຊິກ ພັກ, ພະນັກງານລັດຖະກອນຄູ-ອາຈານໃຫ້ຮັບຮູ້ ແລະເຂົ້າໃຈ, ໃນ 1 ປີຜ່ານມາໂຮງຮຽນ ມສ ຕຸ້ມລານ ໄດ້ຕິດຕາມກວດກາການຂຶ້ນສິດ ສອນຂອງຄູ-ອາຈານ  ແລະສະພາບ ການຮຽນຂອງນັກຮຽນໃຫ້ປົກກະຕິ, ຕິດຕາມຄັດເລືອກນັກຮຽນເກັ່ງພ້ອມທັງຊຸກຍູ້ບຳລຸງເພື່ອເຂົ້າຮ່ວມສອບເສັງໃນລະດັບທ້ອງຖິ່ນ, ລະດັບຊາດນອກຈາກນັ້ນໃນໂຮງຮຽນຍັງໄດ້ຈັດການແຂ່ງຂັນກີລາກາຍຍະກຳ ແລະສີລະປະວັນນະຄະດີ, ຈັດການແຂ່ງຂັນຖາມ-ຕອບວິທະ ຍາສາດປະຕິບັດວຽກງານອື່ນໆ, ການສອບເສັງໃນແຕ່ລະຊັ້ນຂັ້ນເຫັນວ່າສອບໄດ້ຕາມຄາດໝາຍ.

  ສໍາລັບທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນປະຈຳປີ 2021 ແມ່ນຈະສູ້ຊົນສ້າງໜ່ວຍພັກໂຮງ ຮຽນ ມສ ຕຸ້ມລານ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນເພື່ອສ້າງໃຫ້ຄະນະໜ່ວຍພັກ ແລະສະມາຊິກພັກມີຄວາມສາ ມາດນຳພາຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງໜ່ວຍພັກໃນເງື່ອນໄຂໃໝ່ເສີມສ້າງຂະຫຍາຍມູນເຊື້ອຜົນງານດ້ານດີ ແລະແກ້ໄຂຂໍ້ຄົງຄ້າງຂອງສະມາຊິກພັກ, ຄະນະໜ່ວຍພັກ ແລະການຈັດຕັ້ງໃນໄລຍະຜ່ານມາສ້າງໃຫ້ການຈັດຕັ້ງພັກຮາກຖານພັກມີການປ່ຽນແປງໃໝ່ຢ່າງຕັ້ງໜ້າຂອງພັກໃຫ້ນັບມື້ ນັບດີຂຶ້ນ, ພ້ອມດຽວກັນນີ້ຍັງໄດ້ມີການເປີດກ້ວາງໃຫ້ບັນດາທ່ານ, ຫ້ອງການທີ່ກ່ຽວຂ້ອງປະກອບຄຳເຫັນໃສ່ຮ່າງບົດສະຫຼຸບການນຳພາຮອບດ້ານຂອງໜ່ວຍພັກໂຮງຮຽນ ມສ ຕຸ້ມລານປະຈຳປີ  2020 ແລະທິດທາງແຜນການສູ້ຊົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ປະຈຳປີ 2021 ຕື່ມ ອີກ, ພ້ອມດຽວກັນນີ້ຍັງໄດ້ຮັບຟັງ ການຂຶ້ນຜ່ານບົດສະຫຼຸບຜົນການກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງແລະໜັກແໜ້ນ ແລະຜ່ານບົດບັນທຶກຜົນການກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ