ບ້ານນໍ້າຄາ ເມືອງໄຊຍະບູລີ ຈັດບຸນປະເພນີ ເຜົ່າໄຕດຳ

   ງານບຸນກຳບ້ານ (ເຜົ່າໄຕດຳ) ບ້ານນໍ້າຄາເມືອງໄຊຍະບູລີ ແຂວງໄຊຍະບູລີປະຈຳປີ 2020  ໄດ້ຈັດຂື້ນໃນວັນທີ 10 ພະຈີກ  2020 ທີ່ບ້ານດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຫົວໜ້າພະແນກການຂອງແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

 ທ່ານ ສົມຊາຍ ພຸດທະວີນ ນາຍບ້ານນໍ້າຄາໄດ້ກ່າວເປີດພິທີງານບຸນພ້ອມທັງຜ່ານບົດສະຫຼຸບຫຍໍ້ວຽກງານຮອບດ້ານຂອງບ້ານໃນໄລຍະ 1 ປີຜ່ານມາ, ຊຶ່ງບ້ານນໍ້າຄາຕັ້ງຢູ່ທາງທິດເໜືອຂອງເມືອງໄຊຍະບູລີ, ມີ 104 ຄອບຄົວ, ມີພົນລະເມືອງທັງໝົດ 474 ຄົນ, ຍິງ 229 ຄົນປະກອບມີ 3 ເຜົ່າຄື: ເຜົ່າໄຕດຳ, ເຜົ່າລາວ ແລະເຜົ່າໄປ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນຜະລິດກະສິກຳ, ທົ່ວບ້ານມີເນື້ອທີ່ປູກເຂົ້າ 97 ເຮັກຕາ, ຜົນຜະລິດໄດ້ 252 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 534 ກິໂລຕໍ່ຄົນຕໍ່ປີ, ການປູກພືດອຸດສາຫະກໍາໂດຍສະເພາະແມ່ນໝາກເດືອຍມີເນື້ອທີ່ 242 ເຮັກຕາ, ສາມາດເກັບກ່ຽວຜົນຜະລິດໄດ້ 374 ໂຕນ ພ້ອມນີ້ຍັງໄດ້ສຸມໃສ່ລ້ຽງສັດແບບຄອບຄົວ ແລະ ລ້ຽງຕາມທົ່ງຫຍ້າທີ່ຈັດສັນແລ້ວທົ່ວບ້ານມີຄວາຍ 351 ໂຕ, ງົວ 107 ໂຕ, ໝູ 285 ໂຕ, ສັດປີກ 3400 ກວ່າໂຕ ສາມາດສ້າງລາຍຮັບໄດ້ 4.377 ລ້ານກີບ.

   ຈາກນັ້ນທ່ານ ແປງ ປະທານ ແນວໂຮມບ້ານໄດ້ຂື້ນເລົ່າປະຫວັດຄວາມເປັນມາຂອງເຜົ່າໄຕດໍາວ່າ: ງານບຸນປະເພນີກຳບ້ານ ( ເຜົ່າໄຕດຳ) ເປັນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາກໍ່ຄືປະຊາຊົນຂອງເຜົ່າໄທດຳທີ່ໄດ້ສືບທອດກັນມາແຕ່ບັນທະບູລຸດປູ່ຍາຕາຍາຍໄດ້ຫຼາຍເຊັ່ນຄົນແລ້ວປະຊາຊົນໃນເຜົ່າໄຕດຳໃນປີໜຶ່ງກ່ອນຈະກະ ກຽມໃນການເຮັດບຸນກຳບ້ານພໍ່ແມ່ພີ່ນ້ອງປ້ອງປາຍພາຍໃນບ້ານແມ່ນໄດ້ພ້ອມພາກັນກະກຽມສະບຽງອາຫານການກິນຫຼົວຟືນໄວ້ໃຫ້ພຽງພໍໃນຊ່ວງໄລຍະກຳບ້ານ 3 ມື້, ຕາມຮີດຄອງປະເພນີຊ່ວງນີ້ແມ່ນບໍ່ສາມາດອານຸຍາດໃຫ້ພໍ່ແມ່ພີ່ນ້ອງໄປທຳການຜະລິດ ແລະຊອກຢູ່ຫາກິນໄປເອົາຫຼົວເອົາຟືນຢ່າງເດັດຂາດ, ຖ້າບຸກຄົນໃດຝ່າຝືນແມ່ນຈະເປັນກະທຳຜິດຕໍ່ຮີດຄອງປະເພນີຂອງບ້ານ, ການເຮັດບຸນປະເພນີກຳບ້ານແມ່ນຈະມີຄວາມແຕກຕ່າງອອກໄປແຕ່ລະປີຄື: ປີທີ 1 ແມ່ນຈະໄດ້ບະໄກ່, ຂ້າໄກ່ເຮັດຮີດຄອງ, ປີທີ 2 ແມ່ນຈະໄດ້ບະໝູຂ້າໝູເຮັດຮີດຄອງ, ປີທີ 3 ແມ່ນຈະໄດ້ບະຄວາຍຂ້າຄວາຍ ເຮັດຮີດຄອງໃນການຈັດຕັ້ງປະຕິບັດບຸນກຳບ້ານ( ເຜົ່າໄທດຳ),  ປີໜຶ່ງມີ 2 ຄັ້ງຄື: ຄັ້ງທີ 1 ເດືອນມີຖຸນາ, ( ຊຶ່ງກົງກັບເດືອນ 7 ລາວ ໃນນີ້ແມ່ນເປັນການເຮັດບຸນເພື່ອວະບົນ, ວິງວອນ, ບັນດາສິ່ງສັກສິດ, ຜີບ້ານເຈົ້າຖີ່ນເຈົ້າຖານໃຫ້ຄຸ້ມຄອງປະຊາຊົນພາຍໃນບ້ານໃຫ້ ມີສຸຂະພາບແຂງແຮງຢູ່ດີ, ຮັ່ງມີສີ ສຸກຂື້ນກວ່າເກົ່າ ແລະເພື່ອເຮັດໃຫ້ ການຜະລິດຂອງພໍ່ແມ່ພີ່ນ້ອງເຜົ່າ ໄທດຳຢູ່ພາຍໃນບ້ານໄດ້ຮັບໝາກຜົນໃນການລົງມືທຳການຜະລິດ, ທັງເປັນການເຕົ້າໂຮມຜູກແໜ້ນຄວາມສາມະຄີຂອງພໍ່ແມ່ພີ່ນ້ອງພາຍໃນບ້ານໃຫ້ມີບັນຍາກາດຟົດຟື້ນ ແລະ ການເຮັດບຸນຄັ້ງທີ 2 ແມ່ນເດືອນພະຈິກ (ຊຶ່ງກົງກັບເດືອນ 12 ລາວ ),ທັງນີ້ກໍເພື່ອເປັນການບູຊາແກ້ວປະແກ້ບົນບັນດາສິ່ງສັກສິດ,ຜີບ້ານ, ເຈົ້າຖິ່ນເຈົ້າຖານທັງເປັນການສະເຫຼີມສະຫຼອງຜົນສຳເລັດໃນການເກັບກູ້ຜົນຜະ ລິດທີ່ໄດ້ຮັບຕາມລະດູການ, ເປັນການເຕົ້າໂຮມຜູກແໜ້ນຄວາມສາມະຄີຂອງພໍ່ແມ່ພີ່ນ້ອງເຜົ່າໄທດຳຢູ່ພາຍໃນບ້ານມີການຄົບງັນຂອງຜູ້ເຖົ້າຜູ້ແກ່ພໍ່ຫໍແມ່ເຮືອນ, ຜູ້ບ່າວ, ຜູ້ສາວສະແດງສິນລະປະວັນນະຄະດີຂອງເຜົ່າ ແລະກິລາພື້ນບ້ານເປັນຕົ້ນແມ່ນຍົກໝາກຄອນ, ຊັບໝາກຄ່າງ, ຕໍ່ໝາກແລ້ ແລະຄັບໄທດຳແຊໂກງຄົບງັນຈົນຮອດ 3 ມື້ 2 ຄືນ.

  ຈາກນັ້ນໃນພິທີກໍ່ໄດ້ມີການມອບຂອງຂັວນໃຫ້ບ້ານ, ມອບໃຫ້ການນຳຂອງແຂວງ,ຂອງເມືອງ ແລະຮັບຊົມການສະແດງສິນລະປະວັນນະຄະດີຂອງເຜົ່າ, ກິລາພື້ນບ້ານ ແລະພື້ນເມືອງຢ່າງມີຄວາມເບີກບານມ່ວນຊື່ນ.

--------

ຂ່າວ: ສົມພົງ ສີສະຫັວດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ