ໄອບີເອັມກຽມຂະຫຍາຍງານສູ່ທຸລະກິດລາວ

  ບໍລິສັດຄອມພິວເຕີຊັ້ນນຳຂອງອາເມລິກາດັ່ງ IBM ຫຼື International Business Machines ກຽມແຍກທຸລະກິດອອກເປັນ 2 ໜ່ວຍເພື່ອໃຫ້ສາມາດຂະຫຍາຍງານໄປສູ່ທຸລະກິດລາວໄດ້ເຕັມຕົວ

  ສຳນັກຂ່າວຣອຍເຕີລາຍງານວ່າ IBM ຈະແຍກໜ່ວຍທຸລະກິດການໃຫ້ບໍລິການດ້ານໂຄງສ້າງພື້ນຖານດ້ານໄອທີທີ່ໃຫ້ບໍລິການດ້ານເຕັກນິກແກ່ລູກຄ້າ 4.600 ລາຍໃນ 115 ປະເທດອອກມາເປັນບໍລິສັດໃໝ່ພາຍໃຕ້ສື່ໃໝ່ໃນທ້າຍປີໜ້າທ່ານເຈມຄາວານາເຈົ້າໜ້າທີ່ບໍລິຫານດ້ານການເງິນຂອງ IBM ເປີດ ເຜີຍວ່າບໍລິສັດແຫ່ງໃໝ່ທີ່ວ່ານີ້ ຈະມີພະນັກງານທັງໝົດ 90.000 ຄົນຂະນະທີ່ລາຍລະອຽດຂອງໂຄງສ້າງຜູ້ບໍລິຫານຍັງຢູ່ໃນຊ່ວງການວາງແຜນ ແລະຄາດວ່າຈະເປີດເຜີຍຕໍ່ສາທາລະນະໄດ້ພາຍໃນບໍ່ທໍ່ໃດເດືອນຂ້າງໜ້າ

  ປະຈຸບັນ IBM ມີພະນັກງານທັງໝົດຫຼາຍກວ່າ 352.000 ຄົນທົ່ວໂລກ ແລະຄາດວ່າການແຍກໜ່ວຍທຸລະກິດອອກໄປຕັ້ງບໍລິສັດໃນຄັ້ງນີ້ຈະເຮັດໃຫ້ມີຄ່າໃຊ້ ຈ່າຍເກືອບ 5 ຕື້ໂດລາສະຫະລັດ.

----

ໜັງສືພິມ ເສດຖະກິດ-ສັງຄົມ