ຄິມ ຊອນໂຮ ອາດຂຶ້ນເປັນພະເອກ ໃນຊີຣີເລື່ອງໃໝ່

  ສາວໆກຽມລໍຖ້າຊົມໄດ້ເລີຍເມື່ອຕົວສຳຮອງທີ່ມາແຮງທີ່ສຸດໃນເດືອນພະຈິກນີ້ ຄິມ ຊອນໂຮ ຈາກຊີຣີເລື່ອງ “Start up” ທີ່ ອອກອາກາດທ່າງຊ່ອງ tvN ອາດໄດ້ເລື່ອນຂັ້ນເປັນພະເອກຫຼັງຕົ້ນສັງກັດອອກມາເປີດເຜີຍວ່າເປັນຄວາມຈິງທີ່ ຄິມ ຊອນໂຮ ໄດ້ຮັບຂໍ້ສະເໜີໃຫ້ເປັນພະເອກໃນຊີຣີ ເລື່ອງໃໝ່ທີ່ຊື່ວ່າ “Link” ຢ່າງໃດກໍຕາມຍັງເປັນເລື່ອງຍາກສໍາລັບລາວທີ່ຈະໃຫ້ຄໍາຕອບທີ່ແນ່ນອນໃນຕອນນີ້ເພາະລາວກຳລັງຢູ່ລະຫວ່າງການຖ່າຍທຳຊີຣີເລື່ອງ “Start up” ແລະລາວຈະພິຈາລະນາອີກຄັ້ງ.

  ກ່ອນໜ້ານີ້ມີຂ່າວອອກມາວ່າໄດ້ຮັບການສະເໜີໃຫ້ສະແດງບົດພະເອກໃນຊີຣີເລື່ອງໃໝ່ຂອງຊ່ອງ tvN ໃນຊື່ເລື່ອງ Link: Eat, Love, Like Your Life Depends On It ຫຼັງຈາກນັ້ນກໍໂດ່ງດັງຕິດອັນດັບຈາກທີ່ໄດ້ຮັບຄວາມສົນໃຈຫຼາຍໃນໂລກອອນ ລາຍເພາະບົດບາດທີ່ແສນອົບອຸ່ນຫົວໃຈໃນຊີຣີເລື່ອງ “Start up” ແລະຊາວເນັດຕ່າງກໍຍົກໃຫ້ລາວເປັນແຟນໜຸ່ມ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ