ຄຸນປະໂຫຍດຂອງຜັກຂະ ບອກເລີຍວ່າສຸດຍອດ

  ຜັກຂະຈະມີກີ່ນແຮງແຕ່ກໍ່ມີຫຼາຍຄົນມັກເພາະວ່າເວລາແກງໃສ່ໜໍ່ໄມ້ແລ້ວເຮັດໃຫ້ມີລົດຊາດແຊບນອກຈາກຈະເປັນອາຫານແລ້ວຍັງເປັນຢາທີ່ມີສັບພະຄູນຫຼາຍຢ່າງເຊັ່ນ: ຊ່ວຍລົດຄວາມຮ້ອນໃນຮ່າງກາຍ, ສາມາດລົດອາການຈຸກສຽດທ້ອງແໜ້ນເຟີ້, ຊ່ວຍລະບາຍກ໊າສໃນກະເພາະອາຫານສຳລັບແມ່ຍີງທີ່ໃຫ້ນົມລູກບໍ່ຄວນກີນຫຼາຍເພາະມັນເຮັດໃຫ້ນ້ຳນົມແຫ້ງ.

 ການປູກຂະຫຍາຍພັນຜັກຂະສາມາດຕັດລຳຕົ້ນມາຕັດຊໍາໄດ້, ຕັດເປັນທ່ອນຍາວປະມານ 30 ຊມ, ຖົມດີນປະມານ 20 ຊມ, ໃຫ້ເຫຼືອໄວ້ປະມານ 10 ຊມ, ຫົດນ້ຳເປັນປະຈຳແລ້ວຍອດອ່ອນຈະເລີ້ມແຕກອອກມາຖ້າເປັນລະດູຝົນອາດຈະ ປູກງ່າຍເພາະບໍ່ໄດ້ຫົດນ້ຳຫຼາຍ ປານໃດ.

----

ໂດຍ: ຟ້າ