ສາທາເຊກອງເຜີຍແຜ່ວຽກຕ້ານໂລກເອດ ຢູ່ 2 ໂຮງຮຽນ

  ໃນວັນທີ 11 ພະຈິກຜ່ານມາພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງເຄື່ອນໄຫວເຜີຍແຜ່ວຽກງານການຕ້ານໂລກເອດໃຫ້ 2 ໂຮງຮຽນຂອງແຂວງຄື: ໂຮງຮຽນ ມສ ກິນນອນຊົນເຜົ່າ ແລະໂຮງຮຽນມັດທະຍົມຕອນປາຍແຂວງເຊກອງໃຫ້ກຽດເຂົ້າຮ່ວມເປັນປະທານທ່ານ ນາງ ລຳພັນ ໄຊຄຳມີ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງເຊກອງ, ມີຂະແໜງການທີ່ກ່ຽວຂ້ອງຈາກພະແນກສາທາລະນະສຸກແຂວງ, ມີຄູ-ອາຈານພ້ອມດ້ວຍນ້ອງນັກຮຽນຂອງ 2 ໂຮງຮຽນດັ່ງກ່າວເຂົ້າຮ່ວມ.

  ທ່ານ ນາງ ລຳພັນ ໄຊຄຳມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງກ່າວວ່າ: ໃນປະຈຸບັນບັນຫາພະຍາດຕິດຕໍ່ທາງເພດສຳພັນແມ່ນເປັນບັນ ຫາສາທາລະນະສຸກຂອງປະເທດຕ່າງໆໃນໂລກ ແລະສປປ ລາວ ກໍ່ແມ່ນປະເທດໜື່ງ ທີ່ພົບປັນຫານີ້ເຊັ່ນດຽວກັນ, ພະຍາດຕິດຕໍ່ທາງເພດສຳພັນເປັນສາ ເຫດສຳຄັນຂອງການເຈັບເປັນມາເປັນເວລາຫຼາຍສິບປີເຮັດໃຫ້ສົ່ງຜົນກະທົບ ແລະກໍ່ໃຫ້ເກີດອາການສົນທີ່ຕາມມາສູ່ສຸຂະພາບໂດຍສະເພາະສຸຂະພາບຈິດທີ່ບໍ່ເພີ່ງປາດຖະໜາຂອງບຸກຄົນ, ຊຸມຊົນນອກຈາກນີ້ແລ້ວຍັງມີຜົນກະທົບຕໍ່ສັງຄົມອີກດ້ວຍເປັນຕົ້ນ: ການສຽດສີຂອງສັງຄົມຕໍ່ຜູ້ມີອາການ, ເປັນໝັນ, ການລຸລູກ ຊຶ່ງເປັນຜົນສະທ້ອນຕໍ່ການປະຮ້າງ ຫຼື ຮ້າຍແຮງໄປກວ່ານັ້ນກໍ່ອາດເຮັດໃຫ້ການມີເພດສຳພັນທີ່ບໍ່ເໝາະສົມ, ໂດຍບົດຮຽນທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີຄວາມຮູ້ພື້ນຖານກ່ຽວກັບເຊື້ອເຮສໄອວີ/ພະຍາດເອດ ແລະພະຍາດຕິດຕໍ່ທາງເພດສຳພັນ ແລະການປ້ອງກັນການຕິດເຊື້ອເຮສໄອວີ/ພະຍາດເອດ ແລະພະຍາດຕິດຕໍ່ທາງເພດສຳພັນເພື່ອແນໃສ່ສ້າງຄວາມເຂົ້າໃຈກ່ຽວກັບລັກສະນະ, ໜ້າທີ່ແລະຈຸດພິເສດຂອງອະໄວຍະວະເພດຍິງ-ຊາຍໃຫ້ກັບບັນດານ້ອງນັກຮຽນຊຶ່ງເປັນກຸ່ມທີ່ຍັງມີຄວາມສ່ຽງສູງທີ່ອາດຈະຕິດເຊື້ອພະຍາດນີ້ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະທັງເປັນການແນໃສ່ເພື່ອຫຼຸດຜ່ອນຄວາມສ່ຽງການຕິດເຊື້ອເອດ ແລະການອະນາໄມທີ່ຖືກຕ້ອງ.

  ນອກຈາກນີ້ຍັງໄດ້ມີການຖາມ-ຕອບຄວາມຮູ້ຮອບຕົວຂອງບັນດານ້ອງນັກຮຽນເພື່ອແລກຮັບລາງວັນຕື່ມອີກ.

----

ໜັງສືພິມ ເສດຖະກິດ-ສັງຄົມ