ສຶກສາເມືອງທ່າແຕງປະເມີນພະນັກງານລັດຖະກອນ

  ໃນວັນທີ 12 ພະຈິກ 2020 ຫ້ອງການສຶກສາທິການ ແລະກີິລາເມືອງທ່າແຕງແຂວງເຊກອງ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນປະຈຳປີ 2020 ຢູ່ສະໂມສອນຫ້ອງການສຶກສາ ໂດຍການເປັນປະທານຂອງທ່ານ ບຸນສວນ ບຸດບຸນມາ ຫົວໜ້າຄະນະຈັດຕັ້ງເມືອງທ່າແຕງ, ທ່ານ ອຸດົມໄຊ ດອມສະຫວັນວ່າການຫົວໜ້າ ຫ້ອງການສຶກສາທິການ ແລະກິລາເມືອງ, ຄະນະກໍາມະການປະເມີນພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງການເຂົ້າຮ່ວມ.

  ທ່ານ ຂຽວ ພົມມະວົງສາ ຫົວໜ້າໜ່ວຍງານກວດກາພັກ-ລັດ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນດຳລັດຂອງລັດຖະບານວ່າ: ການປະເມີນຜົນການປະຕິ ບັດວຽກງານຂອງພະນັກງານ-ລັດຖະກອນກໍ່ເພື່ອເຮັດໃຫ້ວຽກງານການປະເມີນໄດ້ດຳເນີນຢ່າງເປັນລະບົບ, ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບ ແລະຖືກຕ້ອງກັບຄວາມເປັນຈິງແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະຄຸ້ມຄອງຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະປະສິດທິຜົນໂດຍການປະເມີນມີ 2 ຮູບແບບຄື: ການປະເມີນຜົນປົກກະຕິແລະການປະເມີນຜົນສະເພາະຊຶ່ງມີມາດຕະການວັດແທກ ແລະລະດັບການປະເມີນຜົນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ດ້ານຄວາມຮູ້ຄວາມສາມາດ, ປະສົບການ ແລະຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ.

  ພ້ອມນີ້ ຍັງໄດ້ເຜີຍແຜ່ຄຳແນະນຳຂອງກະຊວງພາຍໃນວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນເພື່ອເປັນບ່ອນອີງການຈັດຕັ້ງປະຕິບັດການປະເມີນຜົນຈາກນັ້ນໄດ້ມີການດຳເນີນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃນຫ້ອງການ ສຶກສາທິການ ແລະກີລາເມືອງທ່າແຕງເພື່ອເປັນການຕີລາຄາຄືນເຖິງຜົນງານຂອງຕົນການຈັດຕັ້ງປະຕິບັດໃນໄລະຍະຜ່ານມາ.

----