ເປີດໂຕແຄນນອລອີໂອເອສ ເອັມ50 MarkII ກ້ອງມີເຣີເລສຂະໜາດນ້ອຍ

  Canon ເປີດໂຕກ້ອງມິເຣີ ເລສລຸ້ນຕໍ່ຍອດຈາກ EOS M50 ຍອດຮິດ Canon EOS M50 MarkII ກ້ອງລຸ້ນເລີ່ມຕົ້ນຕົວໃໝ່ຂະໜາດນ້ອຍໜ້າຮັກມີການປັບປຸງລະບົບ Autofocus ໃຫ້ດີຍິ່ງຂຶ້ນທັງໃນພາບນິ້ງ ແລະວິດີໂອ

  ຕົວ EOS M50 MarkIIໃຊ້ ເຊນເຊີຂະໜາດ APS-C ຄວາມ ລະອຽດ 24MP ໜ່ວຍປະມວນຜົນ  Digic8 image processor ແບບດຽວກັບລຸ້ນກ່ອນແຕ່ລະບົບ Autofocus ແບບ Dual Piel ໄດ້ປັບປຸງໃໝ່ໃຫ້ດີຫຼາຍຂຶ້ນຮອງຮັບລະບົບໂຟກັສ eye tracking ທັງໃນໂໝດພາບນິ້ງ ແລະວິດີໂອສາມາດຖ່າຍວິດີໂອແນວຕັ້ງ ແລະ steam You Tube Live ໄດ້ຜ່ານການເຊື່ອມຕໍ່ອິນເຕີເນັດກັບ smartphone ສະເປັກ ແລະຟີເຈີສ່ວນໃຫຍ່ຍັງຄືລຸ້ນ M50 ຕົວທຳອິດບໍ່ວ່າຈະເປັນວິດີໂອຖ່າຍໄດ້ສູງສຸດ 4K 24p ແຕ່ crop 1.5x ແລະລະບົບໂຟກັສໃນໂໝດ 4K ຈະໃຊ້ໄດ້ພຽງແຕ່ແບບ contrast-detect ເທົ່ານັ້ນສ່ວນ Full  HD ຮອງຮັບລະບົບໂຟກັສ Dual  Pixel ຖ່າຍ slow-motion ໄດ້ທີ່ 120p ຈໍ LCD ພັບໄດ້ຮອບທິດທາງລະບົບສຳຜັດຊ່ອງມອງພາບ EVF 2.36 ລ້ານຈຸດເມື່ອໃຊ້ electronic shutter ສາມາດຖ່າຍຕໍ່ເນື່ອງໄດ້ສູງສຸດທີ່ 7.4 fps ໃນໂໝດ continuous autofocus ດ້ານແບັດເຕີຣີໃຊ້ຖ່າຍພາບໄດ້ທີ່ປະມານ 305 ຮູບ ຕໍ່ການ ສາກໄຟ 1 ຄັ້ງ

  EOS M50 MarkII ມີໃຫ້ເລືອກ 2 ສີຄື: ສີດຳ ແລະສີຂາວຕົວກ້ອງຈະພ້ອມວາງຈຳໜ່າຍໃນເດືອນພະຈິກ 2020 ນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ