ໜຶ່ງອາທິດ ປກສ ນວ ແກ້ໄຂຄະດີໄດ້ 37 ເລື່ອງ

  ເມື່ອອາທິດຜ່ານມາທີ່ຫ້ອງປຸມຊັ້ນ I ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມສ່ອງແສງປະຈຳອາທິດຂຶ້ນເປັນກຽດເຂົ້າຮ່ວມຂອງ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ,ຮອງຫົວໜ້າຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງຢູ່ນະຄອນຫຼວງວຽງຈັນ,ໂດຍການເປັນປະທານຂອງ ພັອ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ົວໜ້າກອງເສນາກໍ່ສ້າງຮາກຖານນະຄອນຫຼວງວຽງຈັນ, ມີບັນດາກົມວິຊາສະເພາະ, ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານ, ຄະນະກອງເສນາກໍ່ສ້າງຮາກຖານ, ຫົວໜ້າຫ້ອງ ແລະ ປກສ ເມືອງ 9 ເມືອງເຂົ້າຮ່ວມ.

  ໃນກອງປະຊຸມ ພັທ ສົມເພັດ ທໍາມະທອງ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບໃນໄລຍະ 1 ອາທິດ ຜ່ານມານັບແຕ່ວັນທີ 4 ຫາວັນທີ 10 ພະຈິກ ໃຫ້ຮູ້ວ່າ: ຢູ່ນະຄອນຫຼວງວຽງຈັນ ມີສະພາບບັນຫາປະ ກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 52 ເລື່ອງ, ແກ້ໄຂໄດ້ 37 ເລື່ອງ ກັກຕົວໄດ້ 60 ຄົນ, ຍິງ 7 ຄົນ, ໃນນີ້ມີລັກຊັບ 30 ເລື່ອງ, ຊື້-ຂາຍຢາເສບຕິດ, 6 ເລື່ອງ, ເສບຢາເສບຕິດ 12 ເລື່ອງ, ສະພາບທຳຮ້າຍຮ່າງກາຍ 1 ເລື່ອງ, ປຸ້ນຊັບ 1 ເລື່ອງ, ພ້ອມນີ້ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງສືບຕໍ່ເກັບກຳຂໍ້ມູນໃນບາດກ້າວ 2; ໃນນີ້ໄດ້ແກ້ໄຂຂຶ້ນທະບຽນສຳມະໂນຄົວ 460 ຫົວມີພົນລະເມືອງທັງໝົດ 2.079 ຄົນ, ຍິງ1.086 ຄົນ, ອອກບັດປະຈໍາຕົວແບບໃໝ່ໄດ້ 841 ຄົນ, ຍິງ 457 ຄົນ.

  ໃນຕອນທ້າຍ ພົຈວ ຄຳສາຍ ຈັນທະວົງ ໄດ້ເນັ້ນໃຫ້ແຕ່ລະກອງຮ້ອຍ 9 ຕົວເມືອງສືບຕໍ່ຕິດຕາມ, ກວດກາພະນັກງານກໍ່ສ້າງຮາກຖານໃຫ້ເອົາໃຈໃສ່ເຮັດໜ້າທີ່ຢ່າງເຕັມເມັດເຕັມໜ່ວຍ ແລະຫົວໜ້າ, ຮອງຫົວໜ້າກອງຮ້ອຍຕ້ອງພັດປ່ຽນກັນລົງໄປຊີ້ນຳວຽກງານຕົວຈິງເຮັດໃຫ້ກໍາລັງລົງກໍ່ສ້າງຮາກຖານການເມືອງມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ; ໃນນີ້ການເຮັດວຽກຕົວຈິງຕ້ອງໄດ້ເພີ່ມທະວີຄູນປະສານສົມທົບໃຫ້ກົມກຽວຫຼາຍຂຶ້ນເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ, ເອົາໃຈໃສ່ລົງຊຸກຍູ້ສ້າງບ້ານໃຫ້ກາຍເປັນບ້ານປ້ອງກັນຄວາມສະຫງົບດີປຸກ ລະດົມໃຫ້ປະຊາຊົນແຕ່ລະຄອບຄົວ, ບ້ານເປັນເຈົ້າການ ແລະຍົກສູງຕໍ່ວຽກງານປ້ອງ ກັນຄວາມສະຫງົບເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບດີຂຶ້ນກວ່າເກົ່າ.

--------------

ຂ່າວປກສ ນວ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ