ມອບ-ຮັບອາຄານຮຽນປະຖົມສົມບູນອາໂນ

  ວັນທີ 14  ກຸມພາ  2019  ໄດ້ມີພິທີກວດກາຄວາມສຳເລັດ 100% ແລະມອບ-ຮັບການປຸກສ້າງອາຄານຮຽນຫ້ອງກຽມປະຖົມ, ຫ້ອງນ້ຳ ແລະລະບົບລ້າງມື ໂຮງຮຽນປະຖົມສົມບູນອາໂນ ເມືອງຫຼາແຂວງອຸດົມໄຊເຂົ້າຮ່ວມ ມີທ່ານ ສົມສະນິດ ສຸດທິວົງ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຈານສາດສະດາ ພົມຍາຮັກ ຕາງໜ້າອົງການ ແອດເອອັກຊົງ ແລະມູນນິທິເອແຕັງແຊນປະເທດຝຣັ່ງ, ທ່ານ ບຸນ                        ເພັງ ແລງສຸດທິພົງ ຫົວໜ້າຂະ ແໜງການເງິນພະແນກສຶກສາທິ ການ ແລະກີລາ, ທ່ານ ອຸ່ນເຮືອນ  ວິໄລຄຳ ອຳນວຍການບໍລິສັດ KCG ກໍ່ສ້າງ ແລະສ້ອມແປງເຄ ຫາສະຖານພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

   ການປຸກສ້າງອາຄານຮຽນ ຫ້ອງກຽມປະຖົມ, ຫ້ອງນ້ຳ ແລະ ລະບົບລ້າງມືໂຮງຮຽນປະຖົມສົມບູນອາໂນເມືອງຫຼາ ແຂວງອຸດົມໄຊ ເປັນທຶນການຊ່ວຍເຫຼືອຂອງອົງການແອດເອອັກຊົງ ແລະມູນ ນິທິເອແຕັງແຊນປະເທດຝຣັ່ງ, ຮັບເໝົາການກໍ່ສ້າງໂດຍບໍລິສັດ KCG ກໍ່ສ້າງ ແລະສ້ອມແປງເຄຫາສະຖານຈຳກັດ, ຊຶ່ງອາຄານ ການກໍ່ສ້າງມີຂະໜາດ 8X14 ແມັດ,  ເລີ່ມການກໍ່ສ້າງມາແຕ່ເດືອນ ພຶດສະພາ 2018 ແລະ ໄດ້ສຳເລັດ ໃນເດືອນກຸມພາ 2019.

    ອາຄານການກໍ່ສ້າງຫ້ອງຮຽນ ແມ່ນແບບຖາວອນ 1 ຫຼັງ, ມີ 2 ຫ້ອງຮຽນ, ປະກອບມີເຟີນິເຈີຄົບຊຸດ, ມີຫ້ອງນ້ຳ 1 ຫຼັງ ແລະມີລະ ບົບລ້າງມືຂອງນັກຮຽນລວມມູນ ຄ່າທັງໝົດ 186 ລ້ານກວ່າກີບ, ໂຄງການກໍ່ສ້ງໂຮງຮຽນນີ້ຈະເພີ່ມ ໂອກາດທີ່ຈະເຂົ້າເຖິງການສຶກສາ ສໍາລັບເດັກນ້ອຍ ແລະ ເຮັດໃຫ້ເຂົາ ເຈົ້າມີອະນາຄົດທີ່ດີຂຶ້ນ, ເດັກນ້ອຍໃນມື້ນີ້ມີຄວາມສໍາຄັນໃນການພັດ ທະນາເສດຖະກິດ-ສັງຄົມໃນອະ ນາຄົດ.