ເມືອງໝື່ນຈັບຜູ້ຖືກຫາລັກລົດຈັກ 6 ຄັນ

  ໃນສັງຄົມປະຈຸບັນບັນຫາລັກຊັບພົນລະເມືອງ, ຍັງເກີດຂຶ້ນຫຼາຍຢູ່ບັນດາບ້ານ, ເມືອງ, ແຂວງໃນຂອບເຂດທົ່ວປະເທດຊຶ່ງບັນຫາດັ່ງກ່າວມັນໄດ້ສ້າງຄວາມບໍ່ສະຫງົບທັງເປັນການກົດໜ່ວງຖ່ວງດຶງການສ້າງສາພັດທະນາປະເທດຊາດ ແລະຍັງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດແລະຂອງລວມໝູ່ກໍ່ຄືຂອງບຸກຄົນ, ເຖິງແມ່ນວ່າໄລຍະຜ່ານມາທາງເຈົ້າໜ້າທີ່ໄດ້ເອົາໃຈໃສ່ສະກັດກັ້ນ ແລະແກ້ໄຂຫຼາຍປານໃດກໍ່ຕາມແຕ່ບັນຫາດັ່ງກ່າວກໍ່ຍັງເກີດຂຶ້ນຢູ່ດັ່ງທີ່ພວກເຮົາໄດ້ຮູ້ໄດ້ເຫັນຜ່ານສື່ຕ່າງໆສະເພາະຢູ່ເມືອງໜື່ນແຂວງວຽງຈັນກໍ່ເກີດມີການລັກຊັບພົນລະເມືອງຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ເຫັນວ່າມີມູນຄວາມຈິງຈຶ່ງໄດ້ຂື້ນບັນຊີເປົ້າໝາຍ ແລະຕິດຕາມເປົ້າໝາຍໃຊ້ເວລາຫຼາຍວັນຈຶ່ງສາມາດຈັບຕົວເປົ້າໝາຍໄດ້ຄື: ທ້າວເພັດອາຍຸ 27 ປີ, ກໍາມະກອນ, ຢູ່ບ້ານນາປ່າໄຜ່ ເມືອງໝື່ນ ໃນຄັ້ງວັນທີ 27 ກັນຍາ 2020 ຜ່ານມານີ້ໃນຂໍ້ຫາລັກຊັບພົນລະເມືອງມາດຳເນີນການສືບສວນ-ສອບສວນ.

  ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວເພັດໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນມິຖຸນາ 2020 ຕົນເອງໄດ້ໄປລັກລົດເວບຮ້ອຍສີຂຽວດໍາຢູ່ຂອບເຂດເມືອງຫີນເຫີບ ແຂວງວຽງຈັນ ເມື່ອໄດ້ລົດແລ້ວກໍ່ເອົາໄປຂາຍໃຫ້ປະຊາຊົນບ້ານນາປ່າໄຜ່ເມືອງໝື່ນໃນລາຄາ 2,1 ລ້ານກີບ, ຕົກມາຮອດໄລຍະເດືອນກັນຍາ 2020 ຜ່ານມາຕົນເອງໄດ້ໄປລັກລົດຈັກເວບຈີນ ຈໍານວນ 6 ຄັນ ຢູ່ຂອບເຂດບ້ານນໍ້າເພີນ, ໂພນວິໄລ ເມືອງໝື່ນແລ້ວກໍ່ໄດ້ເອົາໄປຂາຍໃຫ້ຮ້ານຊື້ເຫຼັກເສດຢູ່ເມືອງຊະນະຄາມ ໃນລາຄາຄັນລະ 2-3,2 ແສນກີບ ເມື່ອໄດ້ເງິນມາແລ້ວແຕ່ລະຄັ້ງກໍ່ໄດ້ເອົາໄປຊື້ຢາບ້າມາເສບ ແລະ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດຕົກມາຮອດວັນທີ 28 ກັນຍາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງລົດຈັກ ແລະຢາເສບຕິດຈໍານວນ 55 ເມັດ ທີ່ຊຸກເຊື່ອງໄວ້ໃນກະເປົາຜູ້ກ່ຽວ.

   ຜ່ານການສັງເກດຕີລາຄາຂອງເຈົ້າໜ້າທີ່ທ້າວເພັດແມ່ນມີເຈດຕະນາລັກຊັບພົນລະເມືອງ ແລະມີຢາເສບຕິດປະເພດຢາບ້າໄວ້ຄອບຄອງຢ່າງແທ້ຈິງຊຶ່ງການກະທໍາດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາໃນມາດຕາ 231 ແລະໃນມາດຕາ 320 ຂອງກົດໝາຍອາຍາສະບັບປັບປຸງໃນປີ 2017.

  ປະຈຸບັນໄດ້ເກັບກູ້ ແລະທ້ອນໂຮມລົດຈັກຈໍານວນດັ່ງກ່າວມາໄວ້ກອງບັນຊາການ ປກສ ເມືອງໝື່ນ ແລະໄດ້ສົ່ງຄືນໃຫ້ເຈົ້າຂອງເດີມຈໍານວນໜຶ່ງສ່ວນລົດຈັກທີ່ຍັງເກັບກູ້ບໍ່ທັນໄດ້ເຈົ້າໜ້າທີ່ພວກເຮົາແມ່ນຈະໄດ້ສືບຕໍ່ລົງເກັບກູ້ ແລະສົ່ງຄືນໃຫ້ເຈົ້າຂອງເດີມ.

---------------

ຂ່າວປກສ ແຂວງວຽງຈັນທອງສີ

ຮູບພາບໜັງສືພິມເສດຖະກິດ-ສັງຄົ