ຫວຽດນາມເນັ້ນໃຊ້ມາດຕະການຕ້ານໂຄວິດຫຼາຍກວ່າວັກແຊງ

ທາງການ ສສ ຫວຽດນາມ ເປີດເຜີຍໃນເມື່ອບໍ່ດົນມານີ້ວ່າຈະໃຫ້ຄວາມສຳຄັນກັບມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ຫຼາຍກວ່າການຈັດຫາວັກແຊງປ້ອງກັນໂຄວິດທີ່ມີລາຄາແພງ ແລະອາດມີອັນຕະລາຍ.

  ຕາມຂ່າວຕ່າງປະເທດລາຍງານວ່າຫວຽດນາມມີຍອດຄົນເຈັບສະສົມທັງໝົດ 1.210 ຄົນ ເສຍຊີວິດ 35 ຄົນ ແລະບໍ່ມີຜູ້ຕິດເຊື້ອລາຍໃໝ່ໃນປະເທດຕິດຕໍ່ກັນເປັນເວລາຫຼາຍກວ່າ 2 ເດືອນແລ້ວເນື່ອງຈາກໃຊ້ວິທີກວດຫາເຊື້ອໂຄວິດໃຫ້ປະຊາຊົນຢ່າງເຂັ້ມງວດໃຊ້ມາດຕະການກັກຕົວລວມທັງປິດຊາຍແດນປະເທດທ່ານ ຫວູ ດິກດາມ ຮອງນາຍົກລັດຖະມົນຕີ ແລະຫົວໜ້າຄະນະກຳມະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງຫວຽດນາມກ່າວວ່າວັກແຊງປ້ອງກັນພະຍາດໂຄວິດ-19 ເປັນເລື່ອງຂອງອະນາຄົດທາງການຕ້ອງໃຊ້ເງິນຈຳນວນຫຼາຍໃນການຈັດຫາວັກແຊງດັ່ງກ່າວຊຶ່ງເປັນທີ່ຕ້ອງການທົ່ວໂລກແລະມອງວ່າການໃຊ້ວັກແຊງເຮັດໃຫ້ເສຍທັງເງິນ ແລະເວລາທັງຍັງມີອັນຕະລາຍສູງທາງການຈຶ່ງຍັງໃຫ້ຄວາມສຳຄັນກັບການໃຊ້ມາດຕະການຕ່າງໆເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດຄືເກົ່າ.

 ທາງການຫວຽດນາມໃຊ້ງົບປະມານເກືອບ 18 ພັນຕື້ດົງ ໃນການຄວບຄຸມການແຜ່ລະບາດ ແລະຜົນກະທົບທີ່ເກີດຂຶ້ນຈາກພະຍາດໂຄວິດ-19 ການໃຊ້ມາດຕະການດັ່ງກ່າວສົ່ງຜົນເຮັດໃຫ້ເສດຖະກິດຂອງຫວຽດນາມຟື້ນຕົວໄວກວ່າຫຼາຍປະເທດໂດຍຕັ້ງເປົ້າຕົວເລກການຂຫຍາຍຕົວເລກຜະລິດຕະພັນພາຍໃນ (ຈີດີພີ) ຢູ່ທີ່ 2-2,5% ໃນປີນີ້ ແລະ 6,7% ໃນປີໜ້າ.