ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຂອງຣັດເຊຍອະນຸມັດຄຳສັ່ງປະຕິຮູບການບໍລິຫານປົກຄອງ (governance reform) ໂດຍເລີ່ມມີຜົນຕັ້ງແຕ່ວັນທີ 1 ເດືອນມັງກອນປີ 2021.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ມິຊູສຕິນ ກ່າວຂະນະຮ່ວມກອງປະຊຸມກັບຄະນະຮອງນາຍົກລັດຖະມົນຕີວ່າການປະຕິຮູບຖືກເລື່ອນຈາກກຳນົດເດີມກ່ອນໜ້ານີ້ເນື່ອງຈາກເຫດຜົນຫຼາຍປະການຊຶ່ງລວມເຖິງການແພ່ລະບາດຂອງເຊື້ອໂຄວິດ-19 ແຕ່ປະຈຸບັນບໍ່ສາມາດເລື່ອນອອກໄປໄດ້ອີກຕໍ່ໄປ, ທ່ານ ມິຊູສຕິນ ກ່າວວ່າການປະຕິຮູບດ້ານໂຄງສ້າງຈະຊ່ວຍເພີ່ມປະສິດທິພາບ ແລະຮັບຮອງວ່າເຈົ້າໜ້າທີ່ລັດຖະບານທຸກຄົນຈະມຸ່ງໝັ້ນເຮັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຕັມທີ່ເນື່ອງຈາກຕຳແໜ່ງຕ່າງໆໃນຫຼາຍກະຊວງຈະຫວ່າງລົງເຖິງ 20%. ລາຍງານດັ່ງກ່າວລະບຸວ່າຄຳສັ່ງດັ່ງກ່າວຈະເຮັດໃຫ້ຈຳນວນເຈົ້າໜ້າທີ່ຂອງສຳນັກງານບໍລິຫານລັດຈະຖືກຫຼຸດລົງ 5% ແລະຈຳນວນເຈົ້າໜ້າທີ່ຂອງລັດຖະບານເຂດຊາຍແດນຕ່າງໆຈະຫຼຸດລົງ 10%.

  ທ່ານ ມິຊູລຕິນ ກ່າວຕື່ມວ່າ ມາດຕະການເຫຼົ່ານີ້ຈະຊ່ວຍເພີ່ມປະສິດທິພາບຂອງໜ່ວຍງານບໍລິຫານຕ່າງໆ ແລະກຸ່ມປະຕິບັດການພິເສດຈະຖືກຈັດຕັ້ງຂຶ້ນເພື່ອຮັບມືບັນຫາຕ່າງໆທີ່ກ່ຽວຂ້ອງກັບຂະບວນການປະຕິຮູບຊຶ່ງຄາດວ່າຈະສຳເລັດພາຍໃນວັນທີ 1 ເມສາປີ 2021, ທັງນີ້ການປ່ຽນແປງຄັ້ງຫຼ້າສຸດທີ່ເກີດຂຶ້ນພາຍໃນລັດຖະບານຂອງທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍໄດ້ລົງນາມຄຳສັ່ງເພີ່ມຈຳນວນຮອງນາຍົກລັດຖະມົນຕີຈາກ 9 ຄົນ ເປັນ10 ຄົນ.