ຍົມມະລາດ ສຳເລັດກ່ຽວເຂົ້ານາປີ ແລະກຽມພ້ອມສູ່ການຜະລິດລະດູແລ້ງ

 ທ່ານ ວັດທະນາ ດາລາສຸກ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຍົມມະລາດແຂວງຄຳມ່ວນລາຍງານກ່ຽວກັບສະພາບການຜະລິດເຂົ້ານາປີຂອງເມືອງຍົມ ມະລາດວ່າການຜະລິດເຂົ້ານາປີໃນທົ່ວເມືອງຍົມມະລາດຕາມແຜນການທີ່ຄາດຄະເນໄວ້ເບື້ອງຕົ້ນ 7.200 ເຮັກຕາ ຊຶ່ງສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ 5.998 ເຮັກຕາ ເທົ່າກັບ 83%, ເນື່ອງຈາກສະພາບອາກາດມີຄວາມແຫ້ງແລ້ງໃນຊ່ວງໄລຍະການປັກດຳທີ່ເປັນສາເຫດເຮັດໃຫ້ບໍ່ບັນລຸຕາມແຜນການແລ້ວຍັງເຮັດໃຫ້ເຂົ້າຖືກ

ເສຍຫາຍຈາກໄພແຫ້ງແລ້ງຈຳນວນ 651 ເຮັກຕາ, ເຫຼືອເນື້ອທີ່ສາມາດເກັບກ່ຽວຕົວ ຈິງ 5.347 ເຮັກຕາ, ມາຮອດວັນ ທີ 21 ກັນຍາ 2020 ຊາວກະສິກອນກໍ່ໄດ້ເລີ່ມລົງມືເກັບກ່ຽວຜົນຜະລິດແຕ່ຄຽງຄູ່ກັບການເກັບກ່ຽວກໍ່ໄດ້ພົບກັບສະພາບອາກາດປ່ຽນແປງເກີດມີຝົນຕົກຕິດຕໍ່ກັນຫຼາຍວັນຈຶ່ງເຮັດໃຫ້ສະພາບການເກັບກ່ຽວມີຄວາມຊັກຊ້າຊຶ່ງມາຮອດວັນທີ 15 ພະຈິກ 2020 ຈຶ່ງໄດ້ສຳເລັດການເກັບກ່ຽວໃນທົ່ວເມືອງຄາດຄະເນສະມັດຕະພາບ 3 ໂຕນຕໍ່ເຮັກຕາຜົນຜະລິດ 16.576 ໂຕນສຳລັບເນື້ອທີ່ຜະລິດພືດລະດູຝົນແມ່ນສາມາດຈັດຕັ້ງປະຕິບັດໄດ້ 1.704 ເຮັກຕາເທົ່າກັບ 130% ຂອງແຜນການ (ເນື້ອທີ່ຕາມແຜນການ 1.310 ເຮັກ ຕາ) ໃນນັ້ນເນື້ອທີ່ຜະລິດເປັນສະບຽງອາຫານ 413 ເຮັກຕາ ແລະເນື້ອທີ່ຜະລິດເປັນສິນຄ້າ 1.291 ເຮັກຕາ ສະເລ່ຍສະມັດຕະພາບ 3,96 ໂຕນຕໍ່ ເຮັກຕາແລະຜົນຜະລິດ 17.513  ໂຕນ.

  ສຳລັບແຜນການຜະລິດລະດູແລ້ງໂດຍສະເພາະການຜະລິດເຂົ້ານາແຊງມີເນື້ອທີ່ແຜນການ 1.517 ເຮັກຕາ ໃນ 11 ໂຄງການຊົນລະປະທານໃນນີ້ສະເພາະປະຕູນໍ້າປ່ອງ 3 ທີ່ປ່ອຍເອົານໍ້າຈາກຄອງລະບາຍນໍ້າຂອງບໍລິສັດໄຟຟ້ານໍ້າເທີ 2 ແມ່ນກວມເອົາ 975ເຮັກຕາປະຈຸບັນແມ່ນພວມສຸມໃສ່ໃນການອະນາໄມຄອງເໝືອງ,ສ້ອມ ແປງລະບົບຫົວງານຕ່າງໆ ເພື່ອສະໜອງນໍ້າໃຫ້ພຽງພໍ ແລະຄາດວ່າຈະໃຫ້ສຳເລັດການຕົກກ້າໃນຕົ້ນເດືອນທັນວາ 2020 ນີ້.

--------------

ຂ່າວກອງຄຳ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ