ຜູ້ອຳນວຍການອົງການອະນາໄມໂລກເຕືອນວັກແຊງໂຄວິດ-19 ທີ່ຫຼາຍບໍລິສັດພັດທະນາໃກ້ສຳເລັດອາດບໍ່ແມ່ນສິ່ງສຸດທ້າຍທີ່ເຮັດໃຫ້ວິກິດໂຄວິດລະບາດສິ້ນສຸດລົງໄດ້ ໂດຍເນັ້ນວ່າໄວຣັດໂຄວິດຍັງຢູ່ອີກດົນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກເຕືອນວ່າວັກແຊງຕ້ານໂຄວິດ-19 ທີ່ກ່ອນໜ້ານີ້ບໍລິສັດຢາເປີດເຜີຍຜົນການທົດລອງໃນໄລຍະ 3 ວ່າໄດ້ຮັບຜົນດີ ແລະມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄດ້ຫຼາຍກວ່າ 90% ນັ້ນບໍ່ແມ່ນສິ່ງສຸດທ້າຍທີ່ຈະຊ່ວຍຢຸດການແຜ່ລະບາດຂອງເຊື້ອໂຄວິດ-19 ໃນທົ່ວໂລກ, ສິ່ງສຳຄັນໃນເວລານີ້ຄືການເນັ້ນໜັກວ່າວັກແຊງປ້ອງກັນໂຄວິດ-19 ເປັນພຽງອົງປະກອບໜຶ່ງຂອງການຮັບມືການລະບາດເທົ່ານັ້ນ ແລະທັນທີທີ່ຫຼາຍປະເທດອະນຸມັດໃຊ້ວັກແຊງດັ່ງກ່າວກຸ່ມບຸກຄະລາກອນທາງການແພດ ແລະຜູ້ສູງອາຍຸກຸ່ມສ່ຽງຂອງການຕິດເຊື້ອໄດ້ງ່າຍຈະເປັນກຸ່ມທຳອິດທີ່ຈະເຂົ້າເຖິງວັກແຊງເນື່ອງຈາກວັກແຊງທີ່ຜະລິດອອກມາຍັງມີຈຳນວນຈຳກັດ.

  ທ່ານ ກີບຣີເຢຊຸສ ເນັ້ນໜັກວ່າເຖິງແມ່ນວ່າຈະມີວັກແຊງແລ້ວແຕ່ມາດຕະການຮັບມືຕໍ່ການລະບາດຕ້ອງໄດ້ເອົາໃຈໃສ່ເຊັ່ນ: ການເຝົ້າລະວັງຜູ້ຕິດເຊື້ອ, ການແຍກຄົນເຈັບ, ການກັກຕົວຜູ້ທີ່ມີຄວາມສ່ຽງຍັງເປັນສິ່ງສຳຄັນທີ່ຕ້ອງໄດ້ເຮັດຕໍ່ໄປເນື່ອງຈາກໄວຣັດໂຄວິດ-19 ຍັງຈະຢູ່ນໍາເຮົາອີກດົນ.