ສໍາເລັດກອງປະຊຸມອົງຄະນະພັກກະຊວງກະສິກຳ ແລະປ່າໄມ້

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກະສິກຳ ແລະປ່າໄມ້ (ກປ) ຄັ້ງທີ VI ໄດ້ເປີດ ແລະປິດລົງໃນວັນທີ 17 ພະຈິກ ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນທົ່ວກະຊວງເຂົ້າຮ່ວມ.

  ໃນໄລຍະ 5 ປີຜ່ານມາຈັງຫວະການຂະຫຍາຍຕົວຂອງຂະແໜງກະສິກຳ ແລະປ່າໄມ້ສະເລ່ຍບັນລຸໄດ້ 2,1% ຕໍ່ປີ, ກວມເອົາ 16,6% ຂອງ GDP ໃນປີ 2020, ສາມາດຜະລິດເຂົ້າເປືອກໂດຍສະເລ່ຍໄດ້ 3,7 ລ້ານໂຕນຕໍ່ປີທຽບໃສ່ແຜນການດັດແກ້ເພີ່ມຂຶ້ນ 8%, ການລ້ຽງສັດ ແລະການປະມົງກໍ່ໄດ້ມີການສືບຕໍ່ຂະຫຍາຍຕົວຕໍ່ ເນື່ອງ 4,4-4,7% ຕໍ່ປີ, ອັດຕາບໍລິໂພກທາດຊີ້ນຢູ່ພາຍໃນບັນລຸໄດ້ 65 ກິໂລຕໍ່ຄົນຕໍ່ປີ, ສຳຫຼວດຈັດສັນທີ່ດິນ 3 ປະເພດປ່າເພື່ອພັດທະນາ, ໄດ້ສຳຫຼວດການຍົກລະ ດັບປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ, ນາກາຍ-ນໍ້າເທີນ ແລະຫີນໜາມໜໍ່ຂຶ້ນເປັນອຸທິຍານແຫ່ງຊາດ, ສຳເລັດການສ້າງເຂດອະນຸລັກສັດປ່າທີ່ຫາຍາກໂອ່ງ-ມັ່ງ ໃຫ້ເປັນເຂດຮັກສາພັນສັດປ່າແຫ່ງຊາດ, ເນື້ອທີ່ປ່າປົກຫຸ້ມບັນລຸໄດ້ 62%, ເພີ່ມຂຶ້ນ 4% ທຽບໃສ່ປີ 2015.

  ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງໃນໄລຍະຜ່ານມາ, ມີຄອບຄົວ, ບ້ານ ແລະເມືອງບັນລຸຕາມມາດຕະຖານພົ້ນທຸກ ຕາມດຳລັດ 348/ລບ ຈຳນວນ 971.900 ຄອບຄົວຂອງຈຳນວນຄອບຄົວທັງໝົດ 1,23 ລ້ານຄອບຄົວ, 4.899 ບ້ານຂອງຈຳນວນບ້ານທັງໝົດ 8.424 ບ້ານ ແລະ 63 ເມືອງຂອງຈຳນວນເມືອງທັງໝົດ 148 ເມືອງ, ຄອບຄົວ ແລະບ້ານບັນລຸຕາມມາດຕະຖານພັດທະນາ 6,2 ແສນຄອບຄົວ, 1.477 ບ້ານ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ບ້ານການຈັດສັນພູມລຳເນົາ ແລະ ອາຊີບມາຮອດປະຈຸບັນໄດ້ແກ້ໄຂທີ່ຢູ່ອາໄສ ແລະ ປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນໄດ້ 10.545 ຄອບຄົວ, ໃນ 203 ບ້ານ ໂດຍລວມແລ້ວໄດ້ສຳເລັດການພັດທະນາຢູ່ຈຸດສຸມຈັດສັນພູມລຳເນົາທັງໝົດ 88 ຈຸດ, ວຽກງານສະຫະກອນປະຈຸບັນ, ທົ່ວປະເທດມີ 1.528 ກຸ່ມ, ມີສະຫະກອນທັງໝົດ 50 ຫົວໜ່ວຍ, ໃນນັ້ນສະຫະກອນຜະລິດກະສິກຳ 23 ຫົວໜ່ວຍ ແລະສະຫະກອນສິນເຊື່ອ 27 ຫົວໜ່ວຍ.

  ນອກນີ້ກໍ່ໄດ້ປຸກລະດົມພາກສ່ວນທຸລະກິດພາຍໃນປະເທດເຂົ້າຮ່ວມສ້າງຕົວແບບໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງບໍລິສັດນໍ້າດື່ມໂລມາຄຳໃນການແກ້ໄຂຄວາມທຸກຍາກຢູ່ບ້ານຄຳປາແໜ ແລະບ້ານກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດດ້ວຍການສ້າງອາຊີບໃໝ່ທີ່ຕິດພັນກັບການປູກຝັງ-ລ້ຽງສັດ.

ກອງປະຊຸມຄັ້ງນີ້ຍັງມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງກະສິກຳ ແລະປ່າໄມ້ຊຸດໃໝ່ໂດຍກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ເພັດ ພົມພິພັກ ເປັນເລຂາຄະນະບໍລິຫານງານພັກກະຊວງກະສິກຳ ແລະປ່າໄມ້, ສະຫາຍ ທອງພັດ ວົງມ ເປັນຮອງເລຂາ, ພ້ອມທັງເລືອກເອົາສະຫາຍ ນາງ ພວງເພັດ ປູ່ວັງ ເປັນປະທານກວດກາ, ສະຫາຍ ສົມພອນແກ້ວຫາວົງ ແລະສະຫາຍ ສົມສັກ ສີສົມພູເປັນ ຮອງປະທານກວດກາ.