45 ປີ ພາຍໃຕ້ການນໍາພາຂອງພັກເຊກອງໄດ້ຮັບການພັດທະນາຫຼາຍດ້ານ

  ວັນທີ 2 ທັນວາ 1975 ເປັນວັນມະຫາໄຊຊະນະ, ເປັນວັນທີ່ຊາດລາວ ແລະປະຊາຊົນລາວໄດ້ມີສັນຕິພາບເອກະລາດປະຊາທິປະໄຕຢ່າງແທ້ຈິງ,ຊຶ່ງໄຊຊະນະດັ່ງກ່າວໄດ້ກາຍເປັນປະຫວັດສາດໝາກຜົນລວມຍອດແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ຍືດເຍື້ອຍາວນານຂອງກອງທັບ ແລະປະຊາຊົນລາວວິລະຊົນໂດຍພາຍໃຕ້ານນໍາພາທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວຊຶ່ງເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນທີ່ຢຶດໝັ້ນລັດທິມາກ-ເລນິນ, ຈາກນັ້ນພັກເຮົາກໍໄດ້ວາງ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະພັດທະນາປະເທດຊາດ.

   ເພື່ອສືບຕໍ່ນໍາເອົາການປະຕິວັດລາວກ້າວຂຶ້ນພັກໄດ້ຄົ້ນຄວ້າຊອກຫາເສັ້ນທາງເດີນທີ່ແທດເໝາະກັບຈຸດພິເສດຂອງປະເທດເຮົາໃນໄລຍະໃໝ່ອັນພົ້ນເດັ່ນນັບແຕ່ປີ 1986 ເປັນຕົ້ນມາໂດຍມີຄວາມສະດຸ້ງໄວຕໍ່ສະພາບການ, ກໍາແໜ້ນສະພາວະຄວາມເປັນຈິງຂອງປະເທດ,ສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ, ພັກເຮົາໂດຍປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກເປັນຜູ້ນໍາໜ້າໄດ້ເປັນເຈົ້າການວາງແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ໄດ້ກໍານົດເສັ້ນທາງ ກ້າວຂຶ້ນຂອງປະເທດຊາດຄືນໃໝ່ໂດຍປ່ຽນຈາກການກ້າວຂຶ້ນສ້າງສັງຄົມນິຍົມໂດຍກົງມາເປັນການສືບຕໍ່ສ້າງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນສ້າງບັນດາປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ໄດ້ຫັນປ່ຽນຈາກກົນໄກເສດຖະກິດລວມສູນອາຍາ ສິດບໍລິຫານເກື້ອກູນໄປສູ່ກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນເພື່ອປົກປັກຮັກສາ ແລະສ້າງສາລະບອບໃໝ່ ແລະ ໄດ້ຖືເອົາການສ້າງສາພັດທະນາເສດຖະກິດເປັນໃຈກາງ.

ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງໆເຊກອງໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນໄລຍະ 45 ປີ ກໍຄືພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975  ປັນຕົ້ນມາພັກ ແລະລັດຖະບານກໍ່ໄດ້ເອົາໃຈໃສ່ຕໍ່ການສ້າງສາພັດທະນາ, ຊຸກຍູ້ສົ່ງເສີມປະຊາຊົນການຜະລິດ, ຄ້າຂາຍ, ການບໍລິການຕ່າງໆເຮັດໃຫ້ປະຊາຊົນມີການພັດທະນາກ້າວສູ່ການລຶບລ້າງຄວາມທຸກຍາກໄດ້ເທື່ອລະກ້າວ.

   ແຂວງເຊກອງມາຮອດປະຈຸບັນໂດຍລວມແລ້ວແມ່ນສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມ ສາມັກຄີເປັນປຶກແຜ່ນ,ເສດຖະກິດນັບມື້ຂະຫຍາຍຕົວສະເລ່ຍໃນລະດັບ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຫຼື GDP ສະເລ່ຍໃສ່ພົນລະເມືອງເທົ່າກັບ1.728 ໂດລາ ຕໍ່ຄົນຕໍ່ປີ,ພື້ນຖານໂຄງລ່າງໂດຍສະເພາະເສັ້ນທາງໄດ້ຂະຫຍາຍໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກທົ່ວແຂວງມີເສັ້ນທາງທັງໝົດ 280 ເສັ້ນ,ຍາວ 2 ພັນກວ່າກິໂລແມັດ, ມີເສັ້ນທາງເຂົ້າເຖິງບ້ານ 195 ບ້ານ ກວມເອົາ 98%, ມີບ້ານທີ່ໄດ້ໃຊ້ກະແສໄຟຟ້າ 146 ບ້ານກວມເອົາ 74, 11% ຂອງບ້ານທັງໝົດ.

  ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ແລະການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍແຂວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ແລະຕໍ່ເນື່ອງຊຶ່ງເຮັດໃຫ້ເວລານີ້ທົ່ວແຂວງມີບ້ານພົ້ນທຸກແລ້ວ 136 ບ້ານ 15.316 ຄອບຄົວ (ຕາມດໍາລັດ 348/ລບ) ແລະມີບ້ານພັດທະ ນາ 74 ບ້ານ.

   ວຽກງານສຶກສາ ແລະກີລາເອົາໃຈໃສ່ປັບປຸງພັດທະນາໃຫ້ມີຄຸນນະພາບດີຂຶ້ນ ແລະຂະຫຍາຍໂຮງຮຽນໄປສູ່ເຂດຫ່າງໄກສອກຫຼີກຢ່າງທົ່ວເຖິງ. ທົ່ວແຂວງມີໂຮງຮຽນສາມັນ ແລະອະນຸບານສຶກສາ 276 ແຫ່ງ, ທຽບໃສ່​ 5 ຜ່ານມາເພີ່ມຂຶ້ນ 4,59% ໃນນີ້ມີໂຮງຮຽນລ້ຽງເດັກ-ອະນຸບານ 31 ​ແຫ່ງ, ​ປະຖົມ 220 ແຫ່ງ, ມັດທະ ຍົມ​​ຕົ້ນ 28 ​ແຫ່ງ, ມັດທະຍົມສົມບູນ 16,ມັດທະຍົມຕອນປາຍ 1 ແຫ່ງ,ສູນການສຶກສານອກໂຮງຮຽນ 3 ແຫ່ງ ແລະໂຮງຮຽນເຕັກນິກ-ວິຊາຊີບຊັ້ນກາງ 1 ແຫ່ງ; ອັນພົ້ນ ເດັ່ນແມ່ນສາມາດປະກາດແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາເລັດໃນປີ 2020.

   ວຽກງານສາທາລະນະສຸກນັບມື້ໄດ້ຮັບການພັດທະນາ ແລະຂະຫຍາຍຕົວເພີ່ມຂຶ້ນທາງປະລິມານ ແລະຄຸນນະພາບໃນນີ້ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍຊຸມຊົນປະ ເພດ () 3 ແຫ່ງ, ໂຮງໝໍນ້ອຍປະເພດ () 30 ແຫ່ງ, ໂຮງໝໍເສນາ ຮັກ 1 ແຫ່ງ, ຮ້ານຂາຍຢາ 36 ຮ້ານ, ຫ້ອງກວດພະຍາດເອກະຊົນ 16 ແຫ່ງ, ປະກາດບ້ານແບບຢ່າງດ້ານສາທາລະນະສຸກໄດ້11 ບ້ານ, ະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກໂດຍພື້ນຖານ.

   ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ເຂົ້າໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ​ (2021-20 25) ແຂວງສຸມໃສ່ປະຕິບັດຄື: ໜຶ່ງຕ້ອງຮັບປະກັນໃຫ້ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານດີ; ສອງປັບປຸງ ແລະຍົກສູງຄວາມສາມາດໃນການນໍາພາຂອງພັກ,ສ້າງພັກໃຫ້ໜັກແໜ້ນດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະແບບແຜນວິທີນຳພາ; ສາມຫັນພະນັກງານລົງກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕິດພັນກັບການສ້າງບ້ານ ແລະກຸ່ມບ້ານພັດທະນາຍູ້ແຮງຂະບວນການປະຕິບັດວຽກງານສ້າງໃຫ້ປາກົດຜົນເປັນຈິງ; ສີ່ດຳເນີນນະໂຍບາຍສ້າງແຂວງໃຫ້ກາຍເປັນສູນກາງການບໍລິການການທ່ອງທ່ຽວ ແລະ ທາງຜ່ານໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງຍູ້ແຮງອັດຕາການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ໃຫ້ເພີ່ມຂຶ້ນຢ່າງຕໍ່ ເນື່ອງ, ໝັ້ນ ທ່ຽງ ແລະຍືນຍົງ.

---------------

ຂ່າວ:  ສັນຍາ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ