ຄອບຄົວມີຢູ່ມີກິນຍ້ອນຫັນມາປູກອ້ອຍເປັນສິນຄ້າ

  ຄອບຄົວ ທ່ານ ວົງເດືອນ ແກ້ວປະເສີດ ປະຊາຊົນບ້ານໃຫຍ່ເຊກະໝານຄຸ້ມຫ້ວຍແກ້ວ ເມືອງສາມັກຄີໄຊ ແຂວງອັດຕະປື, ກາຍເປັນຄອບຄົວຕົວແບບໃນການປູກອ້ອຍເປັນສິນຄ້າຕາມກົນໄກ 2 ບວກ 3 ຮ່ວມກັບບໍລິສັດນໍ້າຕານ ອ້ອຍທີທີຊີ ອັດຕະປື ຈົນເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ແລະກາຍເປັນຄອບຄົວມີຢູ່ມີກິນ.

  ທ່ານ ວົງເດືອນ ແກ້ວປະເສີດ ໄດ້ລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປືຄັ້ງທີ XI ເມື່ອບໍ່ດົນຜ່ານມານີ້ວ່າ: ຫຼາຍປີກ່ອນຄອບຄົວຕົນເອງໄດ້ຢຶດຖືອາຊີບເຮັດນາ ແລະລ້ຽງສັດ ແລະຄອບຄົວກໍ່ມີລາຍຮັບໜ້ອຍບໍ່ກຸ້ມກິນ, ການໃຊ້ຊີວິດກໍ່ຝຶດເຄືອງ, ຕໍ່ມາດ້ວຍຄວາມຮັບຮູ້ ແລະເຫັນແຈ້ງຕໍ່ແນວ ທາງອັນຖືກຕ້ອງຂອງພັກທີ່ຍາມໃດກໍ່ໄດ້ສົ່ງເສີມປະຊາຊົນໃນການຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ຄອບຄົວ, ດັ່ງນັ້ນຕໍ່ມາຮອດ ປີ 2019 ຕົນເອງ ແລະຄອບຄົວ ໄດ້ຕັດສິນໃຈຫັນມາປູກອ້ອຍຕາມກົນໄກ 2+3 ຮ່ວມກັບບໍລິສັດ ນໍ້າຕານອ້ອຍ ທີທີຊີ ອັດຕະປືໃນເນື້ອທີ່ເກືອບ 2 ເຮັກຕາ ແລະກໍ່ເປັນຄອບຄົວທໍາອິດທີ່ປູກອ້ອຍໃນຄຸ້ມ ບ້ານຫ້ວຍແກ້ວ,

  ທ່ານ ວົງເດືອນ ແກ້ວປະເສີດ ໄດ້ກ່າວວ່າ: ໃນຂະບວນການປູກອ້ອຍເປັນສິນຄ້າຕາມກົນໄກ 2+3 ຮ່ວມກັບບໍລິສັດມີຂໍ້ສະດວກຄື: ມີແນວທາງນະໂຍບາຍຂອງພັກ-ລັດວາງເປັນບ່ອນອີງທີ່ສໍາຄັນ, ການນຳ ແລະວິຊາການຂອງແຂວງໄດ້ລົງໄປໃກ້ສິດຕິດແທດ, ລົງໄປຊຸກຍູ້-ສົ່ງເສີມຕິດຕາມ-ກວດກາ ແລະ ໃຫ້ຄວາມຊ່ວຍເຫຼືອດ້ານຄວາມຄິດ ແລະເຕັກນິກຫຼາຍຄັ້ງ, ເໝາະສົມສຳລັບຜູ້ມີທຶນໜ້ອຍ,ມີທີ່ດິນເປັນກຳມະສິດຂອງຕົນເອງ ແລະ ທາງບໍລິສັດກໍ່ມີນະໂຍບາຍເໝາະສົມ, ໂຮງງານຜະລິດນໍ້າຕານທີ່ເປັນຕະຫຼາດຮອງຮັບແນ່ນອນບໍ່ໄດ້ກັງວົນ, ເກັບຊື້ໃນລາຄາທີ່ແນ່ນອນສາມາດກວດກາ ແລະຕິດຕາມການຕິດສັ່ງໄດ້, ສ່ວນຂໍ້ຫຍຸ້ງຍາກ: ໃນຄອບຄົວມີເນື້ອທີ່ດິນໜ້ອຍ ແລະມີແຮງງານຮັບໃຊ້ໃນການບົວລະບັດຮັກສາໜ້ອຍເຮັດໃຫ້ຄວາມຮັບຜິດຊອບໃນການບົວລະບັດຮັກສາບໍ່ທົ່ວເຖິງ, ການປະກອບທຶນຮອນດ້ວຍຕົນເອງໃນການເຮັດຮົ້ວອ້ອມສວນບໍ່ພຽງພໍ, ສະພາບທຳມະຊາດປ່ຽນແປງຕະຫຼອດ, ສ່ວນໃນຄວາມຮັບຜິດຊອບຕາມກົນໄກ 2 + 3 ນັ້ນ, ຖືວ່າຕົນເອງມີດິນ ແລະການບົວລະ ບັດຮັກສາເຮັດຮົ້ວເປັນຫຼັກ, ສ່ວນຂະບວນການອື່ນໆເປັນຕົ້ນ: ການບຸກເບີກ,ການໄຖ,ການປູກໃສ່ຝຸ່ນລວມທັງການເກັບກູ້ຜົນຜະລິດແມ່ນບໍລິສັດຮັບຜິດຊອບທັງໝົດ, ໂດຍເຮັດສັນຍາ 3 ປີບົນພື້ນຖານຄວາມຮັບຜິດຊອບຄ່າໃຊ້ຈ່າຍຮ່ວມກັນຕົກຢູ່ປະມານ 20 ລ້ານກີບ, ຊຶ່ງຈະມີການຫັກລົບຄ່າໃຊ້ຈ່າຍໄປເປັນປີຕົກຢູ່ 6 ລ້ານກວ່າກີບ, ສ່ວນຜົນໄດ້ຮັບຕົວຈິງໃນປີທໍາອິດປີ 2020 ສາມາດເກັບກູ້ອ້ອຍໄດ້ 140 ໂຕນ ເນື້ອທີ່ເກືອບ 2 ເຮັກຕາ, ລາຄາຂາຍເຂົ້າໂຮງງານ2,8 ແສນກີບຕໍ່ໂຕນ, ສ້າງລາຍໄດ້ທັງໝົດ 39,2 ລ້ານກີບ, ບໍລິສັດຫັກລົບຄ່າໃຊ້ຈ່າຍຕາມສັນຍາໄດ້ກໍາໄລຢູ່ 14 ລ້ານກີບ, ເມື່ອສະເລ່ຍແມ່ນໄດ້ 7 ລ້ານກີບຕໍ່ເຮັກຕາ.

   ທ່ານ ວົງເດືອນ ແກ້ວປະເສີດ ກ່າວຕື່ມວ່າ: ຈາກການຫັນມາປູກອ້ອຍເປັນສິນຄ້າຕາມກົນໄກ 2 + 3 ປາກົດວ່າພາຍໃນຄອບຄົວໄດ້ມີຊີວິດການເປັນຢູ່ດີຂຶ້ນລື່ນເກົ່າ, ມີເງິນໃຊ້ຈ່າຍໃນຍາມຈໍາເປັນ ແລະມີສ່ວນແຮໄວ້, ພ້ອມທັງຈະສືບຕໍ່ເຂົ້າຮ່ວມການປູກອ້ອຍເປັນສິນຄ້ານີ້ຕາມກົນໄກ 2+3 ນີ້ຕໍ່ໄປ ແລະໃນ ປີ 2021 ຈະຂະຫຍາຍເນື້ອທີ່ປູກອ້ອຍເພີ່ມຂຶ້ນເປັນ 3 ເຮັກຕາ ແລະຈະລະດົມຍາດພີ່ນ້ອງພໍ່ແມ່ປະຊາຊົນພະນັກງານທະຫານຕໍາຫຼວດຜູ້ທີ່ມີດິນໃຫ້ເຂົ້າຮ່ວມການປູກອ້ອຍເປັນສິນຄ້າຕາມກົນໄກ 2+3 ເພື່ອ ສ້າງລາຍຮັບເຂົ້າຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

--------------

ຂຽນໂດຍພອນປະເສີດ .ອັດຕະປຶ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ