ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເລຂາພັກກະຊວງປ້ອງກັນປະເທດອີກສະໄໝ

  ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນວັນທີ 19 ພະຈິກ 2020 ນີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກເລຂາຄະນະ ພັກກະຊວງລັດຖະມົນຕີກະຊວງປ້ອງກັນປະເທດ, ໂດຍໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ.

  ຕະຫຼອດໄລຍະດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານການເມືອງຂອງຄະນະພັກກະຊວງປ້ອງກັນປະເທດໂດຍສະເພາະແມ່ນສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດກໍຄືການປັບປຸງກໍ່ສ້າງກໍາລັງກອງທັບໃນຊຸມປີຜ່ານມາພ້ອມທັງຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021-2025), ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະການປັບປຸງກໍສ້າງພັກ-ກໍ່ສ້າງກໍາລັງປະກອບອາວຸດປ້ອງກັນຊາດໃນທຸກດ້ານມີຄວາມໜັກແໜ້ນເຂັ້ມແຂງຕາມແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກຮັບປະ ກັນໃຫ້ແກ່ກໍາລັງປະກອບອາວຸດຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະຕໍ່ປະຊາຊົນ.

 ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງ ກັນປະເທດຈໍານວນ 33 ສະຫາຍ ພ້ອມນີ້, ກອງປະ ຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະຫາຍ, ສໍາຮອງ 4 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ.

  ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງສະໄໝທີ V ໄດ້ເປັນເອກະສັນປະຊາມະຕິເລືອກເອົາເລຂາ, ຮອງເລຂາຄະນະພັກກະຊວງ ຊຶ່ງມີບັນດາສະຫາຍດັ່ງນີ້ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກ,ສະຫາຍ ພົນໂທ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກ,ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ, ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນປ່ອນບັດເລືອກຕັ້ງເອົາປະທານ-ຮອງປະທານກວດກາພັກ, ຊຶ່ງມີບັນດາສະຫາຍດັ່ງນີ້: ສະຫາຍ ພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ,ສະຫາຍ ພັນເອກຈັນດີ ສີລິວົງສັກ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນ ເອກ ທອງດໍາ ພົງສະຫວັດ ເປັນຮອງປະທານກວດກາພັກ.

  ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ເປັນກຽດໂອ້ລົມເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງຄະນະພັກຊຸດໃໝ່ຕື່ມອີກ