ຄະນະກວດກາສາລະວັນ ສະຫຼຸບວຽກກໍ່ສ້າງ ໜ່ວຍພັກເຂັ້ມແຂງ

 ໜ່ວຍພັກຄະນະກວດກາ ແຂວງສາລະວັນໄດ້ປະເມີນໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນປະຈຳປີ 2020, ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ ຜ່ານມາໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເລີດສະໝີ ຈັນສີຍະວົງ ເລຂາໜ່ວຍພັກຮອງປະທານກວດກາພັກ-ລັດແຂວງ, ເຂົ້າຮ່ວມມີທ່ານ ຄຳຈັນ ແຈ່ມສະໝອນ ຄະນະປະຈຳພັກແຂວງປະທານກວດກາພັກ-ລັດແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.

  ສະຫາຍ ແສງທອງ ສີອ່ອນສາ ຮອງເລຂາໜ່ວຍພັກ, ຮອງປະທານກວດກາພັກ-ລັດແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນໄລຍະຜ່ານມາຄະນະພັກໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມໃຫ້ແກ່ສະມາຊິກພັກຖືເອົາວຽກງານການເມືອງແນວຄິດເປັນກົກໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ ແລະພະນັກງານລັດຖະກອນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກວາງອອກ, ສຳຫຼວດກວດກາ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນຮັບປະກັນໄດ້ຄວາມເປັນເອກະພາບສາມັກຄີພາຍໃນພັກ, ຄະນະໜ່ວຍພັກໄດ້ຍຶດໝັ້ນ ແລະປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ, 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງການຈັດຕັ້ງພັກໃຫ້ໜັກແໜ້ນ, ເຂັ້ມແຂງຮັບປະກັນທາງດ້ານປະລິມານ ແລະ ຄຸນນະ ພາບ, ຖືສຳຄັນ ແລະປະຕິບັດລະບອບດຳເນີນຊີວິດການເມືອງ, ປະຈຳເດືອນ, ປີຢ່າງເປັນປົກກະຕິ, ເອົາໃຈໃສ່ຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ມີການແບ່ງງານພາຍໃນຄະນະພັກ, ສະມາຊິກພັກຕາມແຜນນະໂຍບາຍມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະນິຕິກຳຕ່າງໆຢ່າງເຂັ້ມງວດ, ໄດ້ເອົາໃຈໃສ່ ແລະຖືສຳຄັນຕໍ່ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍ ໂດຍພື້ນຖານບໍ່ມີເຫດການ ແລະປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນໜ່ວຍພັກ, ໄດ້ເຄື່ອນໄຫວຕິດຕາມ, ກວດກາວຽກງານການຂະຫຍາຍສະມາຊິກພັກໃນທົ່ວແຂວງໄດ້ມີໜ່ວຍພັກນຳພາຮ່ວມຊີວິດພັກ, ຕິດຕາມເຂົ້າຮ່ວມການດຳເນີນຊີວິດການເມືອງທ້າຍສະໄໝ ແລະການດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກໃນທົ່ວແຂວງຈຳນວນ 8 ອົງຄະນະພັກເມືອງ, 2 ຄະນະພັກປະກອບອາວຸດ ປກຊ-ປກສ, 36 ຄະ ນະພັກຮາກຖານ, 946 ໜ່ວຍພັກ, ເອົາໃຈໃສ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງດຳເນີນການແກ້ໄຂຜົນການກວດກາຕາມຜົນຂອງການກວດສອບ 7 ໂຄງການ, 4 ບັນ ຫາ ແລະອົງ ການປົກຄອງແຂວງ ແລະຄະນະກວດກາແຕ່ລະຂັ້ນໃນການເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢ່າງເລິກເຊິ່ງ ແລະກວ້າງຂວາງຂຶ້ນຕື່ມ, ພ້ອມກັນນັ້ນຜູ້ເຂົ້າຮ່ວມກອງປະ ຊຸມກໍໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບໂດຍມີສະມາຊິກພັກພາຍໃນໜ່ວຍພັກ, ສະມາຊິກກໍ່ໄດ້ເຊື່ອມຊຶມຕຳນິສົ່ງຂ່າວ, ຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະກັນ ແລະຕີລາຄາຈັດປະເພດຕ່າງໆຂອງສະມາຊິກພັກ.

  ນອກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການເຊື່ອມຊຶມເອກະສານຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 01/ກມສພ. ລົງວັນທີ 1 ມັງກອນ 2018 ແລະຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

-------------

ຂ່າວ: ທິດລານີ ໂຄດໂຍທາ