ແນະນໍາຂັ້ນຕອນການຂຶ້ນທະບຽນ ແລະອອກໃບອະນຸຍາດວິຊາຊີບປິ່ນປົວ

  ວັນທີ 17 ພະຈິກຜ່ານມາທີ່ພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ, ໄດ້ຈັດພິທີເຜີຍແຜ່ ແລະແນະນໍາກ່ຽວກັບຂັ້ນຕອນການກະກຽມຈັດຕັ້ງປະຕິບັດການຂຶ້ນຖະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານໂດຍບໍ່ໄດ້ສອບເສັງລະດັບຊາດ, ໂດຍການເປັນປະທານຂອງທ່ານ ພູທອນ ວັງກອນ ວິໄລ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວກະຊວງສາທາລະນະສຸກ ພ້ອມດວ້ຍຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວ ອິນທະວົງ ວ່າການຫົວໜ້າພະແນກສາທາລະ ນະສຸກແຂວງ, ມີຜູ້ອໍານວຍການໂຮງໝໍແຂວງໂຮງໝໍທະຫານ, ໂຮງໝໍຕໍາຫຼວດຕະຫຼອດຮອດໂຮງໝໍ 5 ເມືອງເຂົ້າຮ່ວມ.

ທ່ານ ທອງສະຫວັນ ແສງກົງດາລາ ຫົວໜ້າຫ້ອງການສະພາການປິ່ນປົວໄດ້ໃຫ້ຮູ້ເຖິງລະບົບການຂຶ້ນຖະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃນ ສປປ ລາວ ການປະກອບວິຊາຊີບ ແລະ ລະບົບບໍລິການປິ່ນປົວເງື່ອນໄຂຂອງຜູ້ປະກອບວິຊາຊີບປິ່ນປົວຜູ້ປະກອບວິຊາຊີບປິ່ນປົວຕ້ອງມີເງື່ອນໄຂຄົບຖ້ວນຕ້ອງຮຽນຈົບວິຊາການແພດ, ມີປະກາສະນີຍະບັດດ້ານການແພດສາຂາໃດໜຶ່ງຢູ່ ສປປ ລາວ ຫຼື ຕ່າງປະເທດທີ່ຮັບຮູ້ໂດຍກະຊວງສາທາລະນະສຸກ ແລະກະຊວງສຶກສາທິການ ແລະ ກີລາ, ມີຈັນຍາບັນແພດ ຈັນຍາທໍາແພດ, ຄຸນສົມບັດດີ, ມີປະສົບການ ແລະບົດຮຽນດ້ານວິຊາຊີບປິ່ນປົວຢູ່ໂຮງໝໍຂອງລັດ ຫຼືເອກະຊົນມາແລ້ວຢ່າງໜ້ອຍສາມປີ, ມີສຸຂະພາບດີ ໂດຍມີການຢັ້ງຢືນຈາກແພດ, ບໍ່ເຄີຍຖືກລົງວິໄນທາງດ້ານວິຊາຊີບປິ່ນປົວ ຫຼືຖືກລົງໂທດທາງອາຍາຍ້ອນການກະທໍາຜິດໂດຍເຈດຕະນາໂດຍມີການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງເປັນພົນລະເມືອງລາວຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກສໍາລັບພົນລະເມືອງຕ່າງປະເທດ, ໄດ້ຜ່ານການສອບເສັງ, ໄດ້ຮັບການຄົ້ນຄວ້າ ແລະສະເໜີຈາກສະພາຄຸ້ມຄອງວິຊາຊີບປິ່ນປົວໂດຍມີການຢັ້ງຢືນຢ່າງຖືກຕ້ອງ, ຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາ ແລະປະເມີນຜົນການເຄື່ອນ ໄຫວຂອງຜູ້ປະກອບວິຊາຊີບປິ່ນປົວລວມທັງການປະຕິບັດນະໂຍບາຍ ແລະການນໍາໃຊ້ມາດຕະການຕໍ່ຜູ້ປະກອບວິຊາຊີບປິ່ນປົວ ແລະ ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມກົດໝາຍ ແລະລະບຽບການ.

 ທັງນີ້ກໍເພື່ອທົບທວນຄືນບົດແນະນໍາການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019 ແລະເພື່ອແນະນໍາເພີ່ມເຕີມກ່ຽວກັບຂັ້ນການກະກຽມ ແລະຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບຢູ່ແຂວງຫຼວງນໍ້າທາເຊັ່ນການແຕ່ງຕັ້ງຄະນະກຳມະການສະເພາະກິດຂັ້ນແຂວງ, ຂັ້ນໂຮງໝໍແຂວງ ແລະເມືອງ, ການກະກຽມສ້າງບັນຊີລາຍຊື່ພະນັກງານທີ່ຖືກເປົ້າໝາຍ ແລະເງື່ອນໄຂ, ການຄົ້ນຄວ້າ ແລະຢັ້ງຢືນເພື່ອສະເໜີຂໍຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນ ໄຫວວິຊາຊີບປິ່ນປົວ.

------------

ຂ່າວ: ມຸນຕີ  #ຫນັງສືພິມເສດຖະກິດສັງຄົມ