ສະຫາຍ ສັນຕິພາບ ພົມວິຫານ ເລຂາພັກ ແຂວງສະຫວັນນະເຂດ ອີກສະໄໝ

  ກອງປະຊຸມໃຫຍ່ອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ IX ໄດ້ສໍາເລັດຜົນຢ່າງຈົບງາມ, ໃນວັນທີ 21 ພະຈິກຜ່ານມາໂດຍຜູ້ແທນສົມບູນທີ່ເຂົ້າຮ່ວມຂອງກອງປະຊຸມເປັນເອກະສັນເລືອກເອົາສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດອີກສະໄໝຊຶ່ງເປັນກຽດເຂົ້າຮ່ວມປະຊຸມໂດຍສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ,ູ້ແທນສົມບູນຈໍານວນ 455 ສະຫາຍ ຍິງ 79 ສະຫາຍ ພ້ອມດ້ວຍບັນດາແຂກຖືກເຊີນ.

 ກອງປະຊຸມ, ພາຍຫຼັງຮັບຟັງບົດກ່າວເປີດກອງປະຊຸມ ແລະລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຂອງ ສະຫາຍ ສັິພາບ ພົມ ວິຫານ ກໍາມະການສູນກາງພັກ, ເລຂາຄະນະພັກ, ໄດ້ຮັບຟັງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງລາຍງານໂດຍສະຫາຍ ທ່ອນແກ້ວ ພຸດທະໄກຍະລາດ ຄະນະປະຈໍາພັກແຂວງຮອງເລຂາຄະນະພັກຮອງເຈົ້າແຂວງສະຫວັນນະເຂດ.

  ກອງປະຊຸມຄັ້ງນີ້, ມີຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຈໍານວນ 46 ສະຫາຍຍິງ 5 ສະຫາຍ, ເລືອກເອົາ 41 ສະຫາຍ, ເລືອກເອົາຈໍານວນ 38 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຄັ້ງນີ້ຜູ້ແທນສົມບູນຈໍານວນ 455 ສະຫາຍ ຍິງ 79 ສະຫາຍໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານທີ່ເປັນຍຸດທະສາດຂອງແຂວງ ແລະພ້ອມກັນເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກແຂວງໃນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສໍາລັບໄລຍະຮອດປີ 2025 ໃຫ້ປາ ກົດຜົນເປັນຈິງ.

   ຜູ້ແທນດັ່ງກ່າວ, ຍັງໄດ້ເປັນເອກະສັນເລືອກເອົາສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດຊຸດໃໝ່ະຫາຍ ພູວັງ  ເກດແກ້ວພົມພອນ ເປັນຮອງເລຂາຄະນະພັກແຂວງ, ສະຫາຍ ກົງແກ້ວ ມີວໍລະຈັກ ເປັນຮອງເລຂາຄະນະພັກ ແຂວງ, ສະຫາຍ ລໍາທອງ ຂອບສີລາວົງ ເປັນປະທານກວດກາພັກ,ສະຫາຍ ແຖວຄໍາ ພົມມະວົງ, ສະຫາຍ ສີວິໄລ ຈັນທໍາມະຈັກ, ສະຫາຍນາງ ກິ່ນນາລອນ ວົງຄໍາໂສພາ ແລະສະຫາຍ ທໍາມະລາດ ມະນີວົງ ເປັນຮອງປະ ທານກວດກາ.

   ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ; ຈາກນັ້ນ, ໄດ້ເນັ້ນໜັກຄື: ໃຫ້ເອົາໃຈໃສ່ຊອກຫາທ່າແຮງບົ່ມຊ້ອນຂອງແຂວງທີ່ມີລັກສະນະວິທະຍາສາດໃຫ້ເປັນການພັດທະນາຢ່າງແທ້ຈິງ,ເລີ່ມແຕ່ຫົວທີຫັນເປັນອຸດສາຫະກໍາທັນສະໄໝ, ກະສິກໍາກໍຕ້ອງຍົກລະດັບປັບປຸງສິນຄ້າ; ຕ້ອງເອົາໃຈໃສ່ປັບປຸງວຽກງານບໍລິຫານພັກ-ລັດໄປພ້ອມໆກັນເປັນແບບຢ່າງນໍາໜ້າໃນການເຄື່ອນໄຫວນໍາພາເຂົ້າສູ່ລະບຽບວິໄນຕ້ານອາດຍາສິດ, ບໍລິການປະຊາຊົນດ້ວຍຄວາມເຕັມໃຈເອົາປະຊາຊົນເປັນກົກ ແລະ ຖືປະຊາຊົນເປັນເປົ້າໝາຍ, ສ້າງໃຫ້ປະຊາຊົນຮູ້ຈັກຄຸນປະໂຫຍດຂອງດິນ ແລະ ສ້າງໃຫ້ປະຊາຊົນເຂົ້າເຖິງຕະຫຼາດ, ເອົາໃຈໃສ່ບໍາລຸງເລຂາພັກບ້ານໃຫ້ເຂັ້ມແຂງ; ພັດທະນາແລວທາງເສດຖະກິດໃຫ້ມີຄວາມເຂັ້ມແຂງເອົາໃຈໃສ່ດ້ານວັດທະນະທໍາ-ສັງຄົມ ພັດທະ ນາຄົນລົບລ້າງຄວາມທຸກຍາກ,ສ້າງຄວາມໜັກແໜ້ນຫຼຸດພົ້ນອອກຈາກສະຖານະຄວາມດ້ອຍພັດທະນາ;ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ເອົາ ໃຈໃສ່ບໍລິຫານຫຼັງສັບຊ້ອນພະນັກງານໃຫ້ຖືກຕ້ອງຕາມຜົນງານ ແລະວຽກງານອື່ນໆ.