ຮ້ານເພັດສະດາ ຈິວເວີລີ້ ເລີ່ມເປີດໃຫ້ບໍລິການ

  ອາທິດຜ່ານມາຮ້າ ພັດສະດາ ຈິວເວີລີ້ ໄດ້ເລີ່ມເປີດມີບໍລິການຊື້-ຂາຍເພັດ, ພອຍ, ຄໍາ, ເງິນ ແລະວັດຖຸມີຄ່າອື່ນໆ ໂດຍເປັນກຽດເຂົ້າຮ່ວມມີທ່ານ ທອງສິງ ທຳມະວົງ ອາດີດນາຍົກລັດຖະມົນຕີພ້ອມແຂກຖືກເຊີນ ແລະລູກຄ້າເຂົ້າຮ່ວມ.

  ທ່ານ ນາງ ບົວວອນ ລັດສະຄູນໄຊ ເຈົ້າຂອງຮ້ານກ່າວວ່າ: ຮ້ານເພັດສະດາ ຈິວເວີລີ້ ຂອງພວກເຮົາໄດ້ມີບໍລິການຊື້-ຂາຍເພັດ, ພອຍ, ຄໍາ, ເງິນ ແລະວັດຖຸມີຄ່າອື່ນໆ ນອກຈາກນີ້ແລ້ວພວກເຮົາຍັງໄດ້ຮັບຊື້ຄືນດ້ວຍລາຄາທີ່ເໝາະສົມ.

   ທາງຮ້ານເນັ້ນຫົວໃຈສຳຄັນແມ່ນບໍລິການເປັນຫຼັກມາເປັນອັນດັບ 1 ພວກເຮົາໄດ້ເນັ້ນຄຸນນະພາບນໍ້າດີ, ບໍ່ເຄີຍເອົາລັດເອົາປຽບລູກຄ້າ ແລະພ້ອມໃຫ້ຄວາມສຳຄັນກັບລູກຄ້າທຸກລະດັບຕະຫຼອດມ ລະຕະຫຼອດໄປເພື່ອເຮັດໃຫ້ທຸລະກິດຂອງພວກເຮົາໄດ້ຢູ່ຄຽງຄູ່ກັບສັງຄົມຢ່າງຍືນຍົງຊຶ່ງລູກຄ້າສ່ວນໃຫຍ່ມາໃຊ້ບໍລິການແກ່ນັກທຸລະ ກິດຊຶ່ງມາຈາກສາຂາວິຊາອາຊີບພ້ອມດ້ວຍເພື່ອນສະນິດ, ມິດສະຫາຍ.

 ທາງຮ້ານເຮົາໜັ້ນໃຈໃນຄຸນນະພາບແລະພູມໃຈອອກແບບໃນງານທຸກຊີ້ນຈຶ່ງເຮັດໃຫ້ມີລູກຄ້າໃໝ່ເພິ່ມຂຶ້ນມາຢ່າງຕໍ່ເນື່ອງ ແລະລູກຄ້າເກົ່າກໍ່ຍັງຮັກ ແລະໃຫ້ການສະນັບສະໜູນເຮົາມາໂດຍຕະຫຼອດຂອບໃຈທາງຮ້ານເພັດສະດາຈິວເວີລີ້ຈະຮັກສາຄຸນນະພາບ ແລະບໍລິການທີ່ດີແບບນີ້ຕະຫຼອດໄປເລື່ອຍໆ.