ສພສຕ ສ້າງສີມືແຮງງານໄດ້ 1 ພັນກວ່າຄົນ

ວັນທີ 18 ພະຈິກ ຜ່ານມາທີ່ນະຄອນຫຼວງວຽງຈັນສູນພັດທະນາສີມືຕັດຫຍິບໄດ້ຈັດພິທີເປີດຫ້ອງການໃໝ່ໂດຍເຂົ້າຮ່ວມຂອງທ່ານ ອຸເດດ ສຸວັະວົງ ປະທານສະພາບໍລິຫານສູນພັດທະນາສີມືຕັດຫຍິບ (ສພສຕ), ປະທານ ຄອຊ, ທ່ານ ພິມມະສອນ ອະມິນທະລາດ ຜູ້ອຳນວຍການສູນພັດທະນາສີມືຕັດຫຍິບ, ພ້ອມດ້ວຍຄະນະແລະແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ພິມມະສອນ ອະມິນທະລາດ ກ່າວວ່າ: ສູນພັດທະນາສີມືຕັດຫຍິບໄດ້ກໍ່ຕັ້ງຂຶ້ນໃນປີ 2010 ດ້ວຍທຶນຈາກໂຄງການພັດທະນາການຄ້າຊຶ່ງແມ່ນກອງທຶນຊ່ວຍ ເຫຼືອຈາກຫຼາຍຝ່າຍເພື່ອຊ່ວຍ ສປປ ລາວ ເພີ່ມທະວີບຸລິມະສິດການພັດທະນາຂະແໜງການຄ້າແລະພາກທຸລະກິດ, ກອງທຶນດັ່ງກ່າວໄດ້ຮັບການປະຕິບັດໂດຍໜ່ວຍງານການຈັດຕັ້ງປະຕິບັດໂຄງການກົມແຜນການ ແລະການຮ່ວມມືກະຊວງອຸດສາຫະກຳແລະການຄ້າເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນງານຕາມລຳດັບຄວາມສຳຄັນທີ່ຕິດພັນກັບການຄ້າຂອງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະສະເພາະຢ່າງຍິ່ງທີ່ຈະຊ່ວຍສົ່ງເສີມຄວາມຫຼາກຫຼາຍ ແລະຄວາມອາດສາ ມາດໃນການແຂ່ງຂັນໂດຍເນັ້ນໃສ່ຂະແໜງທຸລະກິດທີ່ບໍ່ເອື່ອຍອີງໃສ່ຊັບພະຍາກອນທຳມະຊາດ.

  ສູນພັດທະນາສີມືຕັດຫຍິບໃນໄລຍະຜ່ານມາໄດ້ມີຫຼາຍດ້ານພົ້ນເດັ່ນໂດຍສະເພາະໄດ້ຈັດສົ່ງນັກຮຽນເຂົ້າແຂ່ງຂັນສີມືແຮງງານທັງພາຍໃນ ແລະຕ່າງປະເທດທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມຈັດຂຶ້ນ, ໃນຄັ້ງທີ 2 ສາມາດຍາດໄດ້ທີ 1 ແລະທີ 2 ໃນສາຂາ ວິຊາຊ່າງຕັດຫຍິບ ແລະໄດ້ມາດຕະຖານສີມືແຮງງານອາຊຽນຄັ້ງທ 11 ທີ່ປະເທດມາເລເຊຍໃນຄັ້ງທີ3 ຍາດໄດ້ທີ1 ແລະ ທີ2 ໃນສາຂາຊ່າງຕັດຫຍິບ ແລະໄດ້ມາດຕະຖານສີມືແຮງງານອາຊຽນຄັ້ງທີ 12 ທີ່ປະເທດໄທນອກນັ້ນຍັງສາມາດໄດ້ຄະແນນມາດຕະຖານສາຂາຊ່າງຕັດຫຍິບຈາກງານແຂ່ງຂັນສີມືແຮງງານສາກົນໜຶ່ງແລວໜຶ່ງເສັ້ນທາງທີ່ ສປ ຈີນ.

   ທ່ານ ພິມມະສອນ ອະມິນທະລາດ ກ່າວຕື່ມວ່າ: ສູນພັດທະນາສີມືຕັດຫຍິບສາມາດສ້າງສີມືແຮງງານໃນຫົວຂໍ້ຕ່າງໆ ໄດ້ 1 ພັນກວ່າຄົນໃນນັ້ນເພດຍິງກວມເອົາ 90% ໃນນັ້ນມີທັງຜູ້ທີ່ຕ້ອງການຝຶກເພື່ອໄປປະກອບອາຊີບເປີດກິດຈະການເປັນຂອງຕົນເອງ ແລະຝຶກເພື່ອພັດທະນາຄວາມສາມາດຂອງບຸກຄະລາກອນເພື່ອບັນຈຸເຂົ້າໂຮງງານ, ໂດຍໃນຕໍ່ໜ້າສູນພັດທະນາສີມືຕັດຫຍິບມີຄວາມມຸ່ງໝັ້ນໃນການພັດທະນາບຸກຄະລາກອນໃຫ້ຕົງກັບຄວາມຕ້ອງການຂອງໂຮງງານເພື່ອບັນຈຸເຂົ້າວຽກງານອຸດສາຫະກຳ ແລະສົ່ງເສີມການສ້າງຄວາມເຂັ້ມແຂງສີມືແຮງງານໃຫ້ກັບປະຊາຊົນຜູ້ທີ່ມີຄວາມຕ້ອງການຢາກເປີດກິດຈະການເປັນຂອງຕົນເອງຫຼືຕ້ອງການນຳໃຊ້ພາຍ ໃນຄອບຄົວ, ໂດຍນຳໃຊ້ຫຼັກສູດ ແລະເຄື່ອງມືທີ່ທັນສະໄໝເພື່ອໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດ.