ຫຼວງພະບາງ ໃຊ້ງົບ 9 ຕື້ກວ່າກີບ ສ້າງປ້ອງກັນຕາຝັ່ງເຈື່ອນເຂດບ້ານອາໄພ

  ແຂວງຫຼວງພະບາງໃຊ້ງົບໃນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຄານ ເຂດບ້ານອາໄພ (ຕີນພູສີ) ມີຄວາມຍາວ 200 ແມັດ ໂດຍແມ່ນບໍລິສັດ ບຸນໂຮມ ກໍ່ສ້າງຂົວ-ທາງ, ເຄຫາ ແລະຊົນລະປະທານຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ ແລະບໍລິສັດ ທະວີໄຊ ສໍາຫຼວດອອກແບບຂົວທາງເປັນບໍລິສັດທີ່ປຶກສາລວມມູນຄ່າການກໍ່ສ້າງທັງໝົດແມ່ນ 9 ຕື້ກວ່າກີບ ໂດຍແມ່ນງົບປະມານຂອງລັດ 100% (ຮ່ວງຟື້ນຟູໄພພິບັດ ປີ2019).

  ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງຫຼວງພະບາງໄດ້ໃຫ້ສໍາພາດຕໍ່ທິມຂ່າວພວກເຮົາທີ່ໄດ້ລົງກວດກາໂຄງການໃນວັນທີ 19 ພະຈິກ 2020 ນີ້ວ່າ: ເພື່ອແນໃສ່ຮັກສາ ແລະ ປ້ອງກັນຕາຝັ່ງເຈື່ອນແຄມນໍ້າຄານເຂດບ້ານອາໄພ ຫາ ຕີນພູສີ ນະຄອນຫຼວງພະບາງທີ່ເຫັນວ່າເກີດການກັດເຊາະຂອງນໍ້າໃນແຕ່ລະປີ ແລະມີຄວາມເສຍຫາຍຫຼາຍສົມຄວນສະນັ້ນທາງແຂວງຫຼວງພະບາງຈຶ່ງໄດ້ໃຊ້ງົບຮ່ວງຟື້ນຟູໄພພິບັດປີ 2019 ຈໍານວນ 9.610 ລ້ານກວ່າກີບ ເຂົ້າໃນໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຄານຈຸດນີ້ ໂດຍແມ່ນພະແນກໂຍທາທິການ ແລະຂົນສົ່ງແຂວງເປັນເຈົ້າຂອງໂຄງການໃນການລົງຕິດຕາມກວດ

ກາການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາກໍ່ສ້າງນັບແຕ່ໄດ້ລົງມືກໍ່ສ້າງວັນທີ 1 ກໍລະກົດ 2019 ຫາ 30 ພຶດສະພາ 2020 (ຕາມສັນຍາແມ່ນໃຫ້ສໍາເລັດ) ແຕ່ເນື່ອງຈາກວ່າມີການລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການກໍ່ສ້າງສໍາເລັດຫຼ້າຊ້າ ແລະຜ່ານການຕິດຕາມການກໍ່ສ້າງຂອງບໍລິສັດນັບແຕ່ໄດ້ລົງມືກໍ່ສ້າງຈົນມາ ຮອດປະຈຸບັນທາງຄະນະກໍາມະການທຸກພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາເບື້ອງຕົ້ນ ແລະພ້ອມກັນຕີລາຄາ ແລະປະກອບຄໍາຄິດຄໍາເຫັນເພື່ອປັບປຸງໃນຂັ້ນຕໍ່ໄປໃຫ້    ສໍາເລັດ ແລະມອບຢ່າງເປັນທາງການໃນໄວໆນີ້.

  ພ້ອມນີ້ທ່ານຮອງຫົວໜ້າພະແນກ ຍທຂ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ເຂດບ້ານໃກ້ຄຽງຈົ່ງເອົາໃຈໃສ່ປົກປັກຮັກສາທໍາຄວາມສະອາດເພື່ອໃຫ້ເຂດຕ້ານເຈື່ອນແຫ່ງນີ້ກາຍເປັນບ່ອນຍ່າງຫຼິ້ນແບບສວນສາທາລະນະ, ົມທໍາມະຊາດສາຍນໍ້າຄານຂົວນໍ້າຄານເກົ່າ ແລະທາດພູສີຊຶ່ງເປັນອີກຈຸດໜຶ່ງທີ່ຈະເພີ່ມສີສັນ ແລະ ມີບັນຍາ ກາດທີ່ໜ້າຍ່າງທ່ຽວຊົມຂອງນະຄອນຫຼວງພະບາງ.

--------------

ຂ່າວສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ