ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ເປັນປະທານສະພາການຄ້າເມືອງຫາດຊາຍຟອງ

  ໃນວັນທີ 20 ພະຈິກ ຜ່ານມາທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດສ້າງຕັ້ງ ແລະແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກຳ ເມືອງຫາດຊາຍຟອງ ໂດຍແຕ່ງຕັ້ງໃຫ້ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດສວນວັດທະນະທຳຊຽງຄວນຈຳກັດຜູ້ດຽວເປັນປະທານ ແລະຮັບເອົາ 11 ທ່ານເປັນຄະນະໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ສົມໝາຍ ອຸ່ນສີດາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງກວ່າວ່າ: ຫ້ອງການອຸດສາຫະກຳ ແລະການຄ້າເມືອງຫາຍຊາຍຟອງ ເປັນການຈັດຕັ້ງປະຕິບັດລະບຽບກົດໝາຍເຕົ້າໂຮມ, ປຸກລະດົມ, ຂົນຂວາຍ ແລະນຳພາບັນດາພາກຫົວໜ່ວຍນັກທຸລະກິດໃຫ້ທຸລະກິດດຳເນີນໄປຢ່າງຖືກຕ້ອງຕາມກົດ ໝາຍປັບປຸງ ແລະຍົກລະດັບຄວາມສາມາດໃນການແຂ່ງຂັນທຸລະກິດພາຍໃນໃຫ້ສູງຂຶ້ນໄດ້ເຊີດຊູຄວາມຮັບຜິດຊອບ ແລະຄົ້ນຄວ້າປະກອບຄຳຄິດເຫັນ, ຂໍ້ສະເໜີ ແລະຂໍ້ແນະນຳຂອງທຸລະກິດສະເໜີຕໍ່ອົງການລັດເພື່ອປະກອບເຂົ້າໃສ່ລະບຽບກົດໝາຍຕ່າງໆນະໂຍບາຍຂັ້ນເຖິງວາງອອກໂດຍສະເພາະແມ່ນຂົງເຂດວຽກງານເສດຖະກິດການຄ້າ-ການລົງທຶນການສົມທົບ ແລະກົມກຽວກັນເພື່ອສ້າງແຮງພັກດັນ ແລະອຳນາດຕໍ່ລະຫວ່າງພາກລັດ ແລະ ນັກທຸລະກິດໃຫ້ດີຂຶ້ນເທື່ອລະກ້າວສ້າງເງື່ອນໄຂອຳນວຍຂໍ້ສະດວກໃຫ້ແກ້ການຜະລິດທຸລະກິດການຄ້າພາຍໃນທົ່ວນະຄອນຫຼວງໂດຍສະເພາະພາຍໃນເມືອງຫາດຊາຍຟອງ.

 ສະນັ້ນເພື່ອເປັນຄວາມຮຽກຮ້ອງຕ້ອງການໃນການຮັດແໜ້ນຄວາມສາມັກຄີ ແລະເປັນການເຕົ້າໂຮມປະສານການພົວພັນພາກລັດ ແລະເອກະຊົນທາງຫ້ອງການອຸດສາ ຫະກຳ ແລະການຄ້າເມືອງຫາດຊາຍຟອງຈຶ່ງມີຄວາມພະຍາຍາມລິເລີ່ມສ້າງຕັ້ງສະພາການຄ້າ ແລະອຸດສາຫະກຳເມືອງຂຶ້ນຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງຫາຍຊາຍຟອງວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳຂັ້ນເມືອງສະບັບເລກທີ 289/ຈມ, ຫຊຟ ລົງວັນ ທີ 2020 ແລະ ຕົກລົງຂອງເຈົ້າເມືອງຫາດຊາຍຟອງວ່າດ້ວຍການອະນຸມັດສະພາການຄ້າ ແລະອຸດສາຫະກຳເມືອງຫາດຊາຍຟອງສະບັບເລກທີ 305/ຈມ ,ຫຊຟ ພະຈິກຂຶ້ນເປັນທາງການ.

  ຊຶ່ງໃນໂອກາດເປີດພິທີການສ້າງຕັ້ງ ແລະແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກຳເມືອງຫາດຊາຍຟອງແຕ່ງຕັ້ງຮັບຮອງເອົາຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະດຳເມືອງຫາດຊາຍເລືອກໂດຍແຕ່ງຕັ້ງເອົາທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດຊຽງຄວນຈຳກັດຜູ້ດຽວເປັນປະທານຄະນະບໍລິຫານສະພາການຄ້າ ແລະອຸດສາຫະກຳເມືອງຫາດຊາຍຟອງ ແລະເລືອກເປັນຮອງ 2 ທ່ານ, ເປັນຄະນະ 8 ທ່ານ.

  ໂອກາດດັ່ງກ່າວທ່ານ ນາງ  ສ້ອຍສຸດາ ອິນເມືອງໄຊ ໃນນາມປະທານສະພາການຄ້າ ແລະອຸດສາຫະກຳເມືອງຫາດຊາຍຟອງກໍ່ສະແດງຄວາມຮູ້ສຶກເປັນກຽດທີ່ໄດ້ຮັບໜ້າທີ່ ແລະ ແຕ່ງຕັ້ງໃຫ້ເຮັດໜ້າທີ່ໂດຍຈະໄດ້ເຕົ້າໂຮມເອົານັກທຸລະກິດຂອງຊາວເມືອງຫາດຊາຍຟອງພວກເຮົາສັນຍາ ແລະ ປະຕິບັດທຸກການຊີ້ນຳ-ນຳພາຂອງພັກ ແລະຈະສົ່ງເສີມທຸລະກິດເມືອງຫາດຊາຍຟອງ, ເປັນເຈົ້າການໃນການນຳພາສະມາຊິກສະພາອຸດສາຫະກຳ ແລະການຄ້າບັນດາເພື່ອນ ທຸລະກິດນັກລົງທຶນ ແລະຊາວຄ້າຂາຍໃນຂອບເຂດເມືອງຫາດຊາຍຟອງຈັດຕັ້ງປະຕິດບັດວຽກງານ ຂອງຕົນຢ່າງເປັນເຈົ້ນການ ແລະດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະຈະເນັ້ນເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດ 4 ໜ້າວຽກ ຄື: 1. ຈະເປັນເຈົ້າການເປັນແບບຢ່າງໃນການນຳພາເສຍສະຫຼະຕໍ່ວຽກງານຂອງສະພາອຸດສາຫະກຳ ແລະ ການຄ້າຂອງພວກເຮົາຈະເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີປຸກລະດົມຂົນຂວາຍພາຍໃນພ້ອມກັນເສີມສ້າງທຸລະກິດໃຫ້ມີຜົນສຳເລັດເປັນຫົວໜ່ວຍທຸລະກິດທີ່ເຄື່ອນໄຫວດີປະ ກອບພັນທະຕໍ່ຊາດ ແລະສັງຄົມໃຫ້ດີຮ່ວມກັນແກ້ໄຂບັນຫາຢ່າງລວມສູນຕາມລະບຽບກົດໝາຍກຳນົດໄວ້; 2. ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານການສຶກສາອົບຮົມແນວຄິດ-ການເມືອງຂອງສະມາຊິກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄຸນສົມບັດ,ສິນທຳປະຕິວັດມີແບບແຜນການດຳລົງຊີວິດທີ່ຖືກຕ້ອງປອດໄສຂາວສະອາດການປະກອບສ່ວນດຳເນີນທຸລະກິດຖືກກັບນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດທີ່ກຳນົດໄວ; 3. ກຳນົດ ແລະ ເອົາປະຕິບັດລະບອບປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານຕໍ່ການຈັດຕັ້ງຂັນເທິງຮັບຊາບ ແລະຂໍທິດຊີ້ນນຳຢ່າງເປັນປົກກະຕິ ແລະ4. ຈະພ້ອມກັນເຊື່ອຊຶມເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງນີ້ເລິກເຊິ່ງ ແລະຜັນຂະຫຍາຍເປັນແຜນການເຄື່ອນໄຫວ ແລະກິດຈະກຳໃຫ້ເປັນລະອຽດແທດເໝາະກັບຕົວຈິ່ງ.