ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 14 ກໍລະນີ

  ຄະນະສະເພາະກິດຄວບຄຸມປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນວັນທີ 23 ພະຈິກ 2020 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ ໃໝ່ອີກ 14 ກໍລະນີ.


   ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຕາງໜ້າໃຫ້ຄະນະສະເພາະກິດແຈ້ງໃຫ້ຮູ້ວ່າ: 14 ກໍລະນີກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃໝ່ນັ້ນເປັນຄົນສັນຊາດລາວ 1 ຄົນ ແລະໃນຈໍານວນ 14 ຄົນນີ້ ມີເດັກອາຍຸຕໍ່າສຸດ 1 ຄົນ ອາຍຸ 12 ປີ ເຊິ່ງເປັນບຸກຄົນທຳອິດທີ່ມີເກນອາຍຸຕໍ່າສຳລັບຜູ້ຕິດເຊື້ອໂຄວິດທີ່ກວດພົບຢູ່ລາວ.


  ຈາກການຕິດເຊື້ອເພີ່ມດັ່ງກ່າວໄດ້ເຮັດໃຫ້ຕົວເລກການຕິດເຊື້ອສະສົມຢູ່ລາວເພີ່ມຂຶ້ນເປັນ 39 ກໍລະນີ ໃນນັ້ນປິ່ນປົວຫາຍດີແລ້ວ 23 ຄົນ ບໍ່ມີຄົນເສຍຊີວິດ.