ຄະນະໂຄສະນາອົບຮົມແຂວງຄຳມ່ວນປາຖະກະຖາ 2 ວັນປະຫວັດສາດ

  ວັນທີ 20 ພະຈິກ 2010 ທີ່ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນປະຫວັດສາດສຳຄັນຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 45ປີ (2 ທັນວາ1975-2 ທັນວາ 2020 ) ແລະວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 100ປີ (13 ທັນວາ 1920-13 ທັນວາ 2020) ໂດຍການເປັນກຽດເຜີຍແຜ່ເອກະສານຂອງ ທ່ານ ແກ້ວວັນໄຊ ສຸກແສນທອງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການຕະຫຼອດເຖິງພະນັກງານຫຼັກແຫຼ່ງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

  ການປາຖະກະຖາຄັ້ງນີ້ທ່ານ ແກ້ວວັນໄຊ ສຸກແສນທອງ ໄດ້ຍົກໃຫ້ເຫັນມູນເຊື້ອ ແລະຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ຕະຫຼອດໄລຍະ 45 ປີ ແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ : ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະມີຄວາມເປັນລະບຽບຮຽນຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ

ໄດ້ມີຜົນສຳເລັດອັນສຳຄັນ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໜັ້ນທ່ຽງ, ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ, ສະເພາະຢູ່ແຂວງຄຳມ່ວນຕະຫຼອດໄລຍະ 45 ປີຜ່ານມາ ແຂວງຄຳມ່ວນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດ-ສັງຄົມຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສຳເລັດອັນໃຫຍ່ຫຼວງ ໂດຍສະເພາະແມ່ນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັງທີ IX ຂອງອົງຄະນະພັກແຂວງກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງແຂວງ, ແຕ່ປີ 2020 ນີ້ການພັດທະນາເສດຖະກິດ-ສັງຄົມແມ່ນພົບຄວາມຫຍຸ້ງຍາກຍ້ອນຜົນກະທົບຂອງໄພທຳມະຊາດ 3 ປີຊ້ອນບວກກັບການລະບາດຂອງພະຍາດອັກເສບປອດ (ໂຄວິດ-19) ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວໃນລະດັບ 6,69% ສະເລ່ຍຕໍ່ຫົວຄົນ2.199 ໂດລາສະຫະລັດ.

  ໂອກາດດຽວກັນຍັງໄດ້ເຜີຍແຜ່ເອກະສານວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານຄົບຮອບ 100 ປີ ເພື່ອເປັນການລະນຶກເຖິງບຸນຄຸນ,ຄຸນງາມຄວາມດີອັນປະເສີດໂດຍສະເພາະແມ່ນຜົນງານ ແລະຄຸນງາມຄວາມດີທີ່ທ່ານໄດ້ສ້າງໄວ້, ທ່ານແມ່ນຜູ້ຮັກຊາດ, ແມ່ນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ,ເປັນວິລະບູລຸດຜູ້ນຳຂອງພັກ-ລັດທີ່ປີຊາສາມາດສະຫຼາດສ່ອງໃສ.