ເດືອນຕຸລາມູນຄ່າການຄ້າລາວກັບຕ່າງຊາດຫຼຸດລົງ 30 ລ້ານກວ່າໂດລາ

  ມູນຄ່າການນໍາເຂົ້າ ແລະສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາປີ 2020 ບັນລຸໄດ້ປະມານ 729 ລ້ານໂດລາ ຖືວ່າຫຼຸດລົງເມື່ອປຽບທຽບໃສ່ເດືອນກັນຍາທີ່ມີ 760 ລ້ານໂລດາ ໃນນັ້ນ, ມູນຄ່າການສົ່ງອອກ 347 ລ້ານໂດລາ ແລະອີກ 382 ລ້ານໂດລາ ແມ່ນມູນຄ່າການນໍາເຂົ້າຂະນະທີ່ຕົວເລກຂາດດຸນການຄ້າປະມານ 34 ລ້ານໂດລາ.
  ຕາມການເປີດເຜີຍຈາກສູນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ຮູ້ວ່າ: ສິນຄ້າສົ່ງອອກຫຼັກໃນເດືອນດັ່ງກ່າວແມ່ນເປັນສິນຄ້າທີ່ມີມູນຄ່າສູງສຸດເຊັ່ນ: ແຮ່ທອງມີມູນຄ່າ 30 ລ້ານໂດລາ, ໝາກກ້ວຍ 23 ລ້ານໂດລາ, ເຍື່ອໄມ້ ແລະເສດເຈ້ຍ 25 ລ້ານໂດລາ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) 19 ລ້ານໂດລາ, ຄຳປະສົມ (ຄຳແທ່ງ) 54 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະອຸປະກອນເຄື່ອງໃຊ້ໄຟຟ້າ 9 ລ້ານໂດລາ, ນໍ້າຕານ 5 ລ້ານໂດລາ, ຢາງພາລາ 34 ລ້ານໂດລາ ແລະສາລີມູນຄ່າປະມານ 8 ລ້ານໂດລາ.
  ສ່ວນພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າ 30 ລ້ານໂດລາ, ເຄື່ອງໄຟຟ້າ ແລະອຸປະກອນໄຟຟ້າ 20 ລ້ານໂດລາ, ນໍ້າມັນກາຊວນ 23 ລ້ານໂດ ລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 24 ລ້ານໂດລາ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 16 ລ້ານໂດລາ,ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້ ) 13 ລ້ານໂດລາ, ນໍ້າມັນແອັດຊັງແອັດຊັງພິເສດ 7 ລ້ານໂດລາ, ເຫຼັກເສັ້ນ ແລະເຫຼັກຮູບປະພັນຕ່າງໆ 10 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 12 ລ້ານໂດລາ ແລະກາກ-ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານມີມູນຄ່າປະມານ 8 ລ້ານໂດລາສະຫະລັດທັງໜົດນັ້ນແມ່ນສິນຄ້ານໍ້າເຂົ້າຫຼັກ.
  ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກສູນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ເປີດເຜີຍວ່າ: ແມ່ນປະເທດຈີນ 128 ລ້ານໂດລາ, ຫວຽດນາມ 63 ລ້ານໂດລາ, ໄທ 79 ລ້ານໂດລາ, ອິນເດຍ 12 ລ້ານໂດລາ ແລະເຢຍລະມັນ 7 ລ້ານໂດລາ ຂະນະທີ່ບັນດາປະເທດທີ່ນໍາເຂົ້າຫຼັກແມ່ນປະເທດໄທ 209 ລ້ານໂດລາ,ຈີນ 92 ລ້ານໂດລາ, ຫວຽດນາມ 45 ລ້ານໂດລາ, ຢີ່ປຸ່ນ 8 ລ້ານໂດລາ ແລະອາເມລິກາ 4 ລ້ານໂດລາສະຫະລັດ.


   ຢ່າງໃດກໍຕາມມູນຄ່າການນໍາເຂົ້າ ແລະສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາປີ 2020 ນີ້ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.