ປັບປຸງການຈັດຕັ້ງຮາກຖານພັກດ່ານສາກົນນໍ້າກັ່ນ

  ກອງປະຊຸມປັບປຸງການຈັດຕັ້ງຮາກຖານພັກດ່ານສາກົນນໍ້າກັ່ນ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2020 ຢູ່ທີ່ດ່ານສາກົນນໍ້າກັ່ນເມືອງໜອງແຮດແຂວງຊຽງຂວາງ ໂດຍການເປັນປະທານຂອງສະຫາຍ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, ສະມາຊິກພັກ ແລະຕາງໜ້າພະແນກການກອງບັນຊາການເຂົ້າຮ່ວມ.

  ກອງປະຊຸມດັ່ງກ່າວສະຫາຍ ພັນໂທ ແພງວັນ ເພັດວົງກົດ ຫົວໜ້າດ່ານສາກົນນໍ້າກັ່ນໄດ້ຜ່ານບົດລາຍງານໂດຍຫຍໍ້ຍົກໃຫ້ເຫັນຫຼາຍວຽກງານມີຜົນສຳເລັດເປັນຢ່າງດີ ແລະບາງວຽກງານທີ່ຍັງ ຫຍຸ້ງຍາກໜ່ວຍພັກດ່ານສາກົນນໍ້າກັ່ນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ມິຖຸນາ 2012 ໄລຍະຕໍ່ມາໄດ້ສ້າງຕັ້ງເປັນຮາກຖານພັກ ມີ 3 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກ ຕມ, ໜ່ວຍພັກບໍລິຫານດ່ານ ແລະໜ່ວຍພັກພາສີປະຈຸບັນມີສະມາຊິກພັກທັງໝົດ 38 ສະຫາຍ, ຍິງ 2 ສະຫາຍ, ສະມາຊິກພັກສົມບູນ 34 ສະຫາຍ ຍິງ 2 ສະຫາຍສະ ມາຊິກພັກສຳຮອງ 4 ສະຫາຍ ດ່ານສາກົນນໍ້າກັ່ນແມ່ນອົງການຈັດຕັ້ງໜຶ່ງຂອງແຂວງທີ່ມີພາລະບົດບາດທຽບເທົ່າກັບບັນດາພະແນກການອ້ອມຂ້າງແຂວງທີ່ມີຫຼັກ ການຄຸ້ມຄອງວຽກງານວິຊາສະເພາະຂຶ້ນກັບກະຊວງ, ກົມ ແລະ ພະແນກການຂອງແຂວງ, ດ່ານສາກົນນໍ້າກັ່ນມີການປະສານສົມທົບກັບ8ກະຊວງ, 8 ພະແນກການ ແລະ1 ກອງບັນຊາການປ້ອງກັນຄວາມສະຫງົບ ແລະ2 ອົງການທຽບເທົ່າ, ມີ 13 ຂະແໜງການວິຊາສະເພາະທີ່ຂຶ້ນກັບການຄຸ້ມຄອງຂອງດ່ານສາກົນນໍ້າກັ່ນ.

  ກອງປະຊຸມຄັ້ງນີ້ຕາງໜ້າຄະນະຈັດຕັ້ງແຂວງ ແລະຄະນະກວດກາພັກແຂວງຂຶ້ນຜ່ານມະຕິຂອງຄະນະປະຈຳພັກແຂວງສະບັບເລກທີ 228/ຄປພຂ.ຊຂ ລົງວັນທີ 25 ກັນຍາ 2020 ວ່າດ້ວຍການຍຸບຄະນະພັກຮາກຖານ, ຍຸບບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນໍ້າກັ່ນ ແລະສ້າງຕັ້ງໜ່ວຍພັກດ່ານສາກົນນໍ້າກັ່ນ, ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂຶ້ນກັບອົງຄະນະພັກແຂວງ, ມະຕິຕົກລົງຂອງຄະນະກວດກາພັກແຂວງສະບັບເລກທີ 267/ຄກພຂ.ຊຂ ລົງວັນທີ 21 ຕຸລາ 2020 ວ່າດ້ວຍການຮັບຮອງເອົາຜົນການແຕ່ງຕັ້ງຄະນະກວດກາໜ່ວຍພັກດ່ານສາກົນນໍ້າກັ່ນແຂວງຊຽງຂວາງດັ່ງນີ້:1, ສະຫາຍ ພັທ ແພງວັນ ເພັດວົງກົດເປັນເລຂາໜ່ວຍພັກ; 2, ສະຫາຍ ພັທ ເຂັມພອນ ຄຳພາວັນ ເປັນຮອງເລຂາໜ່ວຍພັກເປັນປະທານກວດກາໜ່ວຍພັກ; 3, ສະຫາຍ ກ້ອນແກ້ວ ເທບພະວົງເປັນຄະນະໜ່ວຍພັກ; 4, ສະຫາຍ ສີພັນດອນ ວໍລະຈິດ ເປັນຄະນະໜ່ວຍພັກເປັນຮອງປະທານກວດກາໜ່ວຍພັກ; 5, ສະຫາຍ ພັທ ບຸນທະວີ ເພັດລາວັນເປັນຄະນະໜ່ວຍພັກ; 6, ສະຫາຍ ສາຍພູວັນ ທຳມະວົງ ເປັນຮອງປະທານກວດກາໜ່ວຍພັກ.

  ສະຫາຍ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນມອບມະຕິດັ່ງກ່າວໃຫ້ກັບຄະນະໜ່ວຍພັກດ່ານສາກົນນໍ້າກັ່ນພ້ອມທັງໂອ້ລົມຊີ້ນຳວຽກງານເປັນຕົ້ນແມ່ນໃຫ້ເອົາໃຈໃສ່ເຊື່ອມຊຶມມະຕິຕ່າງໆຂອງຂັ້ນເທິງ, ຍົກສູງຈັນຍາບັນຂອງພະນັກງານ ແລະວຽກງານວິຊາສະເພາະ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກ, ມີຄວາມເປັນເອກະພາບລວມສູນວຽກງານ, ຕຳນິກໍ່ສ້າງສະມາຊິກພັກຮ່ວມຊີວິດພັກເປັນປົກກະຕິ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໄສເຂັ້ມແຂງ ແລະໜັກແໜ້ນ, ຮ່ວມມືສ້າງຄວາມສາມັກຄີກັບດ່ານສາກົນນໍ້າກັ່ນ ສສ ຫວຽດນາມ.