ວັນທີ 20 ພະຈິກ 2020 ສາທາລະນະສຸກເມືອງບາຈຽງຈະເລີນ​ສຸກ ແຂວງຈຳປາສັກ ຈັດກອງປະຊຸມເຜີຍແຜ່ວຽກງານຊຸມຊົນເປັນເຈົ້າການດ້ານສຸກຂະອະນາໄມ (ຊຈສ) ໃນທົ່ວເມືອງຂຶ້ນທີ່ຫ້ອງປະຊຸມຫ້ອງການດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ ປະລິນຍາເອກ ຄຳກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງໆບາຈຽງຈະ ເລີນສຸກໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອຸດ ຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກເມືອງມີຫົວໜ້າຫ້ອງການ, ຮອງຫ້ອງການ, ຄະນະພັກຮາກຖານກຸ່ມ, ເລຂາພັກບ້ານນາຍບ້ານ 47 ບ້ານ, ອຳນວຍການໂຮງໝໍ, ໂຮງໝໍນ້ອຍຊຸມຊົນ 5 ແຫ່ງ ແລະພະນັກງານວິຊາການເຂົ້າຮ່ວມ.

 ໃນກອງປະຊຸມທ່ານໝໍ ພຸດທະຄອນ ວົງສະຜ່າຍ ໜ່ວຍງານອະນາໄມ ແລະສົງເສີມສຸຂະພາບໄດ້ຜ່ານສະພາບລວມການຈັດຕັ້ງປະຕິບັດ ແລະ ທິດທາງແຜນການວຽກງານສຸຂະອະນາໄມວ່າ: ປະຈຸບັນໃນທົ່ວເມືອງຫຼັງຄາເຮືອນມີວິດຖ່າຍກວມ 74% ຂອງຫຼັງຄາເຮືອນທັງໝົດພາຍໃນເມືອງຈາກນັ້ນຍັງໄດ້ນຳສະເໜີສະພາບລວມ, ຍຸດ ທະສາດ, ນະໂຍບາຍຂອງກະຊວງສາທາລະນະສຸກກ່ຽວກັບວຽກງານນໍ້າສະອາດ ແລະອະນາໄມສິ່ງແວດລ້ອມ, ສະເໜີບາດກ້າວ ແລະວິທີການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ປຶ້ມຄູ່ມືສະບັບປັບປຸງປີ 2019 ພ້ອມນັ້ນໃນກອງປະຊຸມໄດ້ແບ່ງຈຸໜ່ວຍຄົ້ນຄວ້າເປັນກຸ່ມບ້ານພ້ອມເຊັນຮັບຮອງຄາດ ໝາຍສູ້ຊົນເພື່ອລຶບລ້າງການຖ່າຍສະຊາຍ ທ່ານ ປະລິນຍາເອກ ຄຳກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງໆບາຈຽງຈະເລີນສຸກໄດ້ເນັ້ນໃຫ້ບ້ານ ແລະໂຮງໝໍນ້ອຍ, ໂຮງ ໝໍຊຸມຊົນເອົາໃຈໃສ່ຕິດຕາມກວດກາປະເມີນຜົນ ແລະລາຍງານຢ່າງເປັນປົກກະຕິໃນການຊຸກຍູ້ໃຫ້ປະຊາຊົນນຳໃຊ້ວິດຖ່າຍ.

---------------

ຂ່າວ: ວຽງອຳໄພ     

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ