ປະຊາຊົນມອບວັດຖຸມີຄ່າໃຫ້ລັດຄຸ້ມຄອງ

  ວັນທີ 18 ພະຈິກຜ່ານມາ, ທ່ານ ບຸນປອນ ອິນທະສອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງສາລະວັນພ້ອມດ້ວຍຄະນະ, ມີຫົວໜ້າກອງວິຊາການຫໍພິພິທະພັນແຂວງໄດ້ລົງເຄື່ອນໄຫວຮັບເອົາວັດຖຸເກົ່າແກ່ຢູ່ເມືອງວາປີໂດຍມີທ່ານ ຫອມ ບຸດຄູນ ຮອງເຈົ້າເມືອງໆວາປີຜູ້ຊີ້ນຳວຽກງານວັດທະ ນະທຳ-ສັງຄົມ, ມີບັນດາພະອາຈານ, ເຈົ້າອະທິການວັດ, ຫ້ອງການທີ່ກ່ຽວຂ້ອງ ແລະການຈັດຕັ້ງບ້ານເຂົ້າຮ່ວມ.

 ສຳລັບວັດຖຸເກົ່າແກ່ດັ່ງກ່າວແມ່ນຈະໄດ້ນຳມາເກັບຮັກສາໄວ້ທີ່ຫໍພິພິທະພັນແຂວງສາລະວັນເພື່ອປົກປັກຮັກສາ, ວາງສະແດງ ແລະສຶກສາຄົ້ນຄວ້າຢ່າງລະອຽດກ່ຽວກັບປະຫວັດ, ວັດແທກຂະໜາດ, ນໍ້າໜັກ ແລະສັນນິຖານປີສ້າງ, ຢູ່ໃນໄລຍະໃດ.

 ນອກນັ້ນກໍ່ຈະໄດ້ສືບຕໍ່ເກັບກຳຂໍ້ມູນຢ່າງລະອຽດນຳມາຂຽນປະຫວັດຄວາມເປັນມາກ່ອນຈະພົບເຫັນ ແລະຈຸດທີ່ພົບເຫັນເພື່ອໃຫ້ໄດ້ຂໍ້ມູນຄົບຖ້ວນ, ສົມບູນ ແລະນຳມາວາງສະແດງ,ເກັບຮັກສາຢູ່ຫໍພິພິຕະພັນແຂວງສາລະວັນ. ວັດຖຸບູຮານດັ່ງກ່າວແມ່ນເປັນປະເພດໄຫບູຮານຊຶ່ງໄດ້ພົບເຫັນຢູ່ 2 ຈຸດບ້ານຄື: ຈຸດບ້ານດົງລະອຸ ຈຳນວນ 3 ໜ່ວຍ ແລະຢູ່ບ້ານວາປີ ຈຳນວນ 1 ໜ່ວຍ, ຊຶ່ງໃນນັ້ນມີຂວານ 1 ອັນ, ງ້າວ 3 ດວງ, ພ້າ 2 ດວງ, ມີດຕອກ 1 ດວງ, ປອກພ້າ ຫຼື ມີດ 2 ອັນ, ຫອກ 1 ດວງ, ຖ້ວຍດິນ 1 ໃບ.

   ການມອບ-ຮັບ ວັດຖຸເກົ່າແກ່ຄັ້ງນີ້, ອົງການປົກຄອງເມືອງ, ບ້ານ ແລະປະຊາຊົນ 2 ບ້ານ ໂດຍສະເພາະແມ່ນຜູ້ທີ່ພົບເຫັນແມ່ນມີຄວາມເປັນເອກະພາບ, ເຫັນດີ ມອບເຂົ້າສູ່ຫໍພິພິຕະພັນແຂວງເປັນໜ່ວຍງານທີ່ກ່ຽວຂ້ອງເກັບຮັກສາ ແລະສຶກສາຄົ້ນຄວ້າຕໍ່ໄປ.

------------

ຂ່າວ: ວິໄລວອນ ສິດທິໄຊ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ