ມສ ຫົງສາ ເປີດການແຂ່ງຂັນ ກີລາ-ສິລະປະນັກຮຽນຄັ້ງທີ III.

  ໃນວັນທີ 20 ພະຈິກ 2020 ໂຮງຮຽນ ມສ ຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດການແຂ່ງຂັນກິລາ-ສິລະປະປະຈຳໂຮງຮຽນສົກປີ 2020-2021 ຂຶ້ນຢ່າງເປັນທາງການທີ່ເດີນກິລາຂອງໂຮງຮຽນດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ຈັນທາ ຂັນຕິແກ້ວ ຜູ້ອຳນວຍການໂຮງຮຽນ ມສ ຫົງສາ ແລະໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສົມບູນ ແສງທອງຄຳ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫົງສາ, ມີສະມາຄົມພໍ່ແມ່ນັກຮຽນ, ຄະນະຮັບຜິດຊອບຈັດງານແຂ່ງຂັນກີລາ, ຄູຝຶກ, ແຂກຖືກເຊີນ, ຄະນະຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະກ້ອນກຳລັງນັກຮຽນ-ນັກກີລາແຕ່ລະຊັ້ນຮຽນເຂົ້າຮ່ວມ.

  ທ່ານ ຄຳສັ່ງ ມາສຸວັນ ຮອງອຳນວຍການໂຮງຮຽນ ມສ ຫົງສາກໍ່ໄດ້ຂຶ້ນກ່າວຈຸດປະສົງພ້ອມກ່າວເປີດພິທີຢ່າງເປັນທາງການກ່າວ ວ່າ: ກີລາຄືຢາວິເສດ ແລະເປັນຂອງໝົດທຸກຄົນເພື່ອເຮັດໃຫ້ສຸຂະພາບແຂງແຮງສົມບູນຮອບດ້ານ, ມີຄວາມອົງອາດກ້າຫານ-ກ້າສະແດງອອກ, ມີຄວາມສາມັກຄີ ແລະທັງເປັນການປູກຈິດສຳນຶກໃຫ້ທຸກຊັ້ນຄົນຮັກການອອກກຳລັງກາຍ, ທັງເປັນການແລກປ່ຽນບົດຮຽນ ຊຶ່ງກັນແລະກັນດ້ານຍຸດທະວິທີ-ເຕັກນິກຕ່າງໆຕຶ່ມອີກ, ການເປີດການແຂ່ງຂັນກີລາ-ສິລະປະຂອງນັກຮຽນໃນຄັ້ງນີ້, ແມ່ນໄດ້ຈັດເປັນຄັ້ງທີ III, ລວມມີ 3 ປະເພດກີລາ ຄື: ກີລາບານເຕະ, ກີລາບານສົ່ງ ແລະກີລາກະຕໍ້ຫວາຍ, ຊຶ່ງມີ 3 ລຸ້ນຄື: ເຍົາວະຊົນ, ຊາວ ໜຸ່ມ ແລະ ຄູ-ອາຈານ ໂດຍແບ່ງຕາມລຸ້ນຄື: ບານເຕະເຍົາວະຊົນມີ 16 ທີມ,ບານເຕະຊາວໜຸ່ມມີ 15 ທີມ, ບານສົ່ງຊາວໜຸ່ມຊາຍມີ 16 ທີມ, ບານສົ່ງຊາວໜຸ່ມຍິງມີ 16 ທີມ, ກະຕໍ້ຫວາຍເຍົາວະຊົນມີ 14 ທີມ, ກະຕໍ້ຊາວໜຸ່ມມີ 15 ທີມ, ຊຶ່ງການແຂ່ງຂັນແມ່ນໄດ້ເລີ່ມມາຕັ້ງແຕ່ກາງເດືອນຕຸລາ ແລະ ມາຮອດປະຈຸບັນແມ່ນພວມສືບຕໍ່ດຳເນີນການແຂ່ງຂັນໃນຮອບ 8 ທີມ, ສ່ວນສິລະປະວັນນະຄະດີມີ 2 ປະ ເພດຄື: ການປະກວດຮ້ອງເພງມີ 7 ບົດເພງ ແລະການຟ້ອນມີ 7 ບົດຟ້ອນແຕ່ຊັ້ນ ມໍ 1 ຫາຊັ້ນ ມໍ 7.

 ຊຶ່ງກີລາ-ສິລະປະນີ້, ໄດ້ຕິດພັນກັບວຽກງານການສຶກສາ ແລະ ໄດ້ປະຕິບັດຕາມຫຼັກສູດການຮຽນ-ການສອນໃນ 3 ລັກສະນະ 5 ຫຼັກມູນການສຶກສາ, ທັງເປັນການພັດທະນາຊັບພະຍາກອນມະນຸດ ແລະເສີມສ້າງທາງດ້ານກີລາກາຍະກຳໃຫ້ກັບເຍົາວະຊົນໃຫ້ມີຄວາມຮັກ-ມັກໃນການຮຽນທີ່ຕິດພັນກັບການຫຼີ້ນກີລາເພື່ອເສີມສ້າງພັດ ທະນາຕົນເອງໃຫ້ເປັນນັກກິລາທີ່ມີຄວາມສາມາດ-ພອນສະຫວັນເສີມສ້າງເຮັດໃຫ້ຮ່າງກາຍແຂງແຮງ ແລະຫ່າງໄກຢາເສບຕິດອີກຕື່ມ.

   ໃນໂອກາດນີ້, ຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການຜ່ານແຜນ ແລະລະບຽບກະຕິກາການແຂ່ງຂັນ, ນັກກີລາ ແລະກຳມະການປະຕິຍານຕົນຕໍ່ກັບການຕັດສິນ. ພ້ອມນີ້, ກໍ່ໄດ້ຊົມການເດີນສວນສະໜາມຈາກກ້ອນກຳລັງນັກກີລາ-ນັກຮຽນແຕ່ລະຊັ້ນ, ຮັບຊົມການສະແດງສິລະປະຟ້ອນລວມໝູ່ ແລະການຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະຂອງນ້ອງນັກຮຽນ.

----------

ຂຽນໂດຍ: ກິດຕິສັກ ບົວໄລ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ