ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວແຂວງບໍ່ແກ້ວ

  ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງບໍ່ແກ້ວຄັ້ງທີ VII ໄດ້ຈັດຂຶ້ນໃນລະຫວ່ງວັນທີ18-19 ພະຈິກ 2020 ໂດຍການເປັນປະທານຂອງພະຫຼັກຄໍາຣັດຕະນະມະ ນີໂຊຕິກາຈານ (ອາຍາທັມຄຳ ເງິນຄໍາວົງສ໌) ທັມມະປາລະມະຫາເຖຣະເຈົ້າຄະນະແຂວງບໍ່ແກ້ວ,ເປັນກຽດເຂົ້າຮ່ວມຂອງພະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ ປປ ລາວ, ພະຍອດ ຄຳພັດທະຣະເກສີ (ປອ ດຳຣົງພິມ ມະຈັກ) ຫົວໜ້າຫ້ອງການບໍລິຫານງານສູນກາງ ອພສ, ທ່ານຈອມສີ ລັດຕະນະປັນຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານຕຸລາການ-ນິຕິບັນຍັດ,ມີບັນດາທ່ານຜູ້ແທນຈາກແຂວງອ້ອມຂ້າງ, ພະເຖຣານຸເຖຣະ, ເຈົ້າຄະນະເມືອງ 5 ເມືອງ, ພະສົງ, ສາມະເນນ, ເຈົ້າອະທິການວັດ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 293 ອົງ/ທ່ານ,ມີຜູ້ແທນ ສົມບູນທັງໝົດ 40 ອົງ/ທ່ານ ແລະແຂກຖືກເຊີນ 141 ອົງ/ທ່ານ, ມີພະພິກຂຸ 42 ອົງ, ສາມະເນນ 110  ອົງ, ຄະລືຫັດ 122 ທ່ານ, ຍິງ 19 ຄົນ, ກອງປະຊຸມໄດ້ເປັນເອກະພາບພິຈາລະນາ ແລະຮັບຮອງເອົາ ຄະນະ ອພສ ແຂວງຊຸດໃໝ່ຄັ້ງທີ VII ປະກອບດ້ວຍ: ທີ່ປຶກສາຄະນະ ອພສ ແຂວງຈໍານວນ 5 ອົງ,ຄະນະບໍລິຫານງານປະຈໍາ ອພສ ແຂວງຈໍານວນ 9 ອົງ,ຄະນະກໍາມະການບໍລິຫານງານ ແລະ ຮອງກໍາມາທິການ ອພສ ແຂວງຈໍານວນ 16 ອົງ,ຄະນະຫ້ອງການບໍລິຫານງານ ອພສ ແຂວງຈໍານວນ 10 ອົງ, ກັມມາທິການປົກຄອງສົ່ງແຂວງຈຳນວນ 6 ອົງ,ກັມມາທິການເຜີຍແຜ່ສີລະທັມ ແລະປະຕິ ບັດກັມມະຖານຈຳນວນ 5 ອົງ, ກັມມາທິການສາທາລະນຸປະການແຂວງຈໍານວນ 6 ອົງ, ກັມມາທິການການຕ່າງປະເທດແຂວງຈໍານວນ 5 ອົງ ແລະຮັບຮອງເອົາບັນຫາສຳຄັນຕ່າງໆເປັນຕົ້ນຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສັມພັນລາວແຂວງ, ໂດຍສັງລວມກ່ຽວ ກັບຈຸດດີຜົນງານອັນໂດດເດັ່ນ,ຈຸດອ່ອນຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ອພສ ແຂວງໃນໄລຍະ 5 ປີຜ່ານມາ, ຮັບຮອງເອົາທິດ ທາງແຜນການກໍ່ຄືທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານ ອພສ ແຂວງໃນສົກປີ 2020-2025.

ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະແນະນໍາບັນຫາຕ່າງໆກ່ຽວກັບວຽກງານ ອພສ ແຂວງຈາກພະຫຼັກແກ້ວມະຫາວໍຣະຍານາທິບໍດີ (ຍາທ່ານໃຫຍ່ມະຫາເຫວດມະເສໄນ)ຮອງປະທານສູນກາງອົງການພຸດທະສາສະໜາສຳພັມແຫ່ງ ປປ ລາວ ແລະທ່ານ ຈອມສີ ລັດຕະນະປັນຮອງ ເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານຕຸລາການ-ນິຕິບັນຍັດ.