ຊື້ໄອໂຟນ12 ກໍພໍແລ້ວບໍ່ຈຳເປັນຕ້ອງໄປຊື້ໄອໂຟນ12 ໂປຣ

  Apple ປະກາດ​ວາງ​ຈຳໜ່າຍ iPhone 12 ທັງ 4 ລຸ້ນ​ໃນ​ໄທ​ໃນ​ວັນ​ທີ 27 ພະຈິກ​ທີ່​ຈະ​ເຖິງ​ນີ້ຫາກ​ໃຜ​ຍັງ​ລັ່ງ​ເລ​ລະຫວ່າງ iPhone 12 ​ແລະ iPhone 12 Pro ບໍ່​ຮູ້ວ່າ​ຈະ​ເອົາ​ລຸ້ນ​ໃດ​ດີ​ມາ​ລອງ​ອ່ານ​ບົດ​ຄວາມ​ນີ້​ເບິ່ງ.

  iPhone 12 ມີ​ທັງ​ໝົດ 4 ຂະໜາດ​ໜ້າ​ຈໍ​ຄື: iPhone 12 mini ໜ້າ​ຈໍ​ຂະໜາດ 5,4 ນິ້ວ iPhone 12 ໜ້າ​ຈໍ​ຂະໜາດ 6,1 ນິ້ວ iPho ne12 Pro ໜ້າ​ຈໍ​ຂະໜາດ 6,1 ນິ້ວ ແລະ iPhone 12 Pro Max ຂະໜາດໜ້າຈໍ 6,7 ນິ້ວ ຊຶ່ງ iPho ne 12 ໜ້າ​ຈໍ​ຂະໜາດ 6,1 ນິ້ວ ຄວາມ​ລະອຽດ 2.532 x1.170 ພິກ​ເຊ​ລນັ້ນ​ກໍ​ບອກ​ວ່າ​ສວຍ​ງາມ​ແລ້ວຫຼັງ​ຈາກ​ປ່ຽນ​ມາ​ໃຊ້​ໜ້າ​ຈໍ OLED ພຽງພໍ​ຕໍ່​ການ​ຫຼິ້ນ​ເກ​ມໂຊ​ຊຽລ ​ແລະ​ໃຊ້​ງານ​ທົ່ວໆ​ໄປດ້ວຍ​ຄວາມ​ສະ​ວ່າງ​ສູູງສຸດ 625 nit ​ເຖິງ​ແມ່ນ​ວ່າ​ຈະ​ສະ​ວ່າງ​ນ້ອຍ​ກວ່າ iPhone 12 Pro ທີ່​ສະ​ວ່າງ​ສູງ​ສຸດ 800nit ​ແຕ່​ກໍ​ພຽງພໍ​ຕໍ່​ການ​ໃຊ້​ງານ​ແລ້ວ.

   ຍົກ​ເວັ້ນ​ແຕ່​ວ່າ​ເຮົາ​ຕ້ອງການ​ຈໍ​ຂະໜາດ​ໃຫຍ່​ຄື iPhone 12 Pro Max ຂະໜາດ 6,7 ນິ້ວ ກໍ​ຕ້ອງ​ໄປ​ເລືອກ​ລຸ້ນທອບ​ເທົ່າ​ນັ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ