ສະໝຸນໄພຈາກທໍາມະຊາດ ຊ່ວຍບັນເທົາ ອາການເຈັບຂາ ແລະຂໍ້

  ຫົວສິງໄຄ ແລະໃບເຕີຍເປັນສະໝຸນໄພທີ່ມີສັບພະຄຸນຫຼາກຫຼາຍທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະທີ່ສຳຄັນສະໝຸນໄພສອງຊະນິດນີ້ ແມ່ນມີສັບພະຄຸນທາງຢາ ໂດຍສະເພາະແມ່ນໄດ້ນໍາມາເປັນສ່ວນປະກອບໃນການເຮັດຢານວດ ແລະອື່ນໆ ຊຶ່ງໃນຄໍລໍ້າສາລະໜ້າຮູ້ມື້ນີ້ຈະມາແນະນຳສະໝຸນໄພຈາກທໍາມະຊາດຊ່ວຍບັນເທົາອາການເຈັບຂາ ແລະຂໍ້ມາຝາກໃນນີ້ປະກອບໄປດ້ວຍຫົວສິງໄຄ 3-4 ຫົວ, ໃບເຕີຍ 6-7 ກ້ານ ແລະນໍ້າດື່ມສະອາດ 1 ລິດ.

 ວິທີນໍາໃຊ້: ນໍາເອົາຫົວສິງໄຄ ແລະໃບເຕີຍໄປລ້າງໃຫ້ສະອາດຫຼັງຈາກນັ້ນນຳມາຕົ້ມຈົນຟົດ ແລະຜ່ອນໄຟລົງຄ່ອຍໆຕົ້ມຕໍ່ອີກ 15 ນາທີຫ້າມເປີດຝາໂດຍເດັດຂາດເມື່ອຄົບ 15 ນາທີແລ້ວປະໄວ້ໃຫ້ເຢັນແລ້ວດື່ມແທນນໍ້າລ້າໆຕິດຕໍ່ກັນປະມານ 1 ອາທິດອາການດັ່ງກ່າວກໍຈະຄ່ອຍຫາຍໄປ.

----

ຮຽບຮຽງໂດຍ: ຟ້າ