ສາລະວັນ ເນັ້ນທຸລະກິດບໍລິການເບິ່ງແຍງລູກຄ້າທີ່ມາທ່ຽວ

  ເພື່ອຮັບປະກັນການບໍລິການຂອງຜູ້ປະກອບການຢູ່ແຂວງສາລະວັນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ລະບຽບຫຼັກການ, ມາດຖານ, ເງື່ອນໄຂແນ່ໃສ່ການກະກຽມ ຄວາມພ້ອມໃນການຕ້ອນຮັບບັນດາແຂກຜູ້ແທນທີ່ຈະມາຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງສາລະວັນຄັ້ງທີ IX ແລະເພື່ອເປັນການຕ້ອນຮັບລະດູການທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນ ແລະຮອງຮັບນັກທ່ອງທ່ຽວ, ທີ່ຈະມາທ່ຽວ ແຂວງສາລະວັນ ໃຫ້ໄດ້ຮັບການ ຕ້ອນຮັບທີ່ດີ, ການບໍລິການທີ່ດີ, ການເອົາໃຈໃສ່ເບີ່ງແຍງ, ຮັບປະ ກັນຄວາມສະອາດ, ຄວາມສະຫງົບ ແລະປອດໄພ.

 ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກ ຖວທ ແຂວງສາລະວັນໄດ້ໂອ້ລົມ, ແນະນຳ ແລະຮຽກຮ້ອງເຖີງບັນດາຜູ້ປະກອບການດ້ານການບໍລິການໂຮງ ແຮມ, ເຮືອນພັກ, ຮ້ານອາຫານຮ້ານກິນດື່ມເປັນເຈົ້າການມີສ່ວນຮ່ວມໆກັນໃນການປະກອບສ່ວນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະ ນະພັກແຂວງສາລະວັນໂດຍໄດ້ເນັ້ນໜັກໃຫ້ຜູ້ປະກອບເອົາໃຈໃສ່ໃນການຕ້ອນຮັບບັນດາແຂກຜູ້ແທນ, ການບໍລິການຮັບແຂກ, ລູກຄ້າ, ການເບີ່ງແຍງດູແລແຂກທີ່ຈະມາໃຊ້ບໍລິການໃຫ້ມີຄວາມພໍໃຈໂດຍສະເພາະແມ່ນການບໍລິການດ້ານທີ່ຢູ່ພັກເຊົາໃຫ້ມີຄວາມສະອາດ,ສວຍງາມ, ມີຄວາມສະຫງົບ, ຄວາມປອດໄພ ແລະການບໍລິການດ້ານອາຫານກໍ່ຕ້ອງຮັບປະກັນຄວາມສະອາດ, ຖືກຫຼັກອະນາໄມ ແລະການບໍລິການດ້ານຕ່າງໆ ກໍ່ຕ້ອງໃຫ້ມີຄວາມສອດຄ່ອງຕາມລະບຽບກົດໝາຍ, ຕາມທິດຊີ້ນຳຂອງຂັ້ນເທິງວາງອອກ, ນອກນັ້ນເປັນການກະກຽມຄວາມພ້ອມເຂົ້າສູ່ລະດູການທ່ອງທ່ຽວອີກດ້ວຍ, ນອກຈາກນັ້ນ, ໂດຍປະຕິບັດຕາມທິດຊີ້ນຳຂອງທ່ານຮັກສາການເຈົ້າແຂວງສາລະວັນໃຫ້ມີການແນະນຳບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທ່ອງທ່ຽວ, ຮ້ານອາຫານ, ຮ້ານກິນດື່ມ, ໂຮງແຮມ, ເຮືອນພັກໃຫ້ໄດ້ເອົາໃຈໃສ່ໃນການບໍລິການລູກຄ້າຮັບປະກັນໃນດ້ານຕ່າງໆ ແລະມີສ່ວນຮ່ວມປະກອບສ່ວນເຂົ້າໃສ່ໃນວຽກງານດັ່ງກ່າວຢ່າງເປັນເຈົ້າການ, ສຳລັບຮ້ານບັນເທີງ, ຮ້ານຄາຣາໂອເກະແມ່ນໃຫ້ຢຸດໂຈະໃຫ້ການບໍລິການນັບແຕ່ວັນທີ 21 - 25 ພະຈິກນີ້, ສ່ວນຮ້ານອາຫານ ແລະຮ້ານກິນດື່ມສາມາດເປີດບໍລິການໄດ້ເປັນປົກກະຕິຮອດເວລາ 20:30.

  ກອງປະຊຸມພົບປະໂອ້ລົມກັບບັນດາຫົວໜ່ວຍທຸລະກິດ ແລະຜູ້ປະກອບການດ້ານການບໍລິການໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ຢູ່ພະແນກ ຖວທ ແຂວງສາລະວັນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກ ຖວທ ຂວງມີທ່ານປະທານສະມາຄົມທຸລະກິດທ່ອງທ່ຽວ ແລະຫົວ ໜ່ວຍທຸລະກິດ, ຜູ້ປະກອບການຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ, ໂຮງແຮມ, ເຮືອນພັກເຂົ້າຮ່ວມ.

-------------

ຂຽນໂດຍ: ທິດລານີ ໂຄດໂຍທາ.

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ