ທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກບັນດາແຂວງໃຈກາງ

  ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກບັນດາແຂວງເຂດໃຈກາງໄດ້ຈັດຂຶ້ນໃນວັນທີ 23 ພະຈິກ ທີ່ແຂວງໄຊສົມບູນໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີສະຫາຍ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ, ມີບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາພັກແຂວງ, ຄະນະພັກ ແລະພະນັກງານຫຼັກແຫຼ່ງແຂວງເຂດໃຈກາງຄື: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ ແລະນະ ຄອນຫຼວງວຽງຈັນເຂົ້າຮ່ວມ.


  ສະຫາຍ ສອນໄຊ ສີພັນດອນ ກ່າວໃນກອງປະຊຸມວ່າ: ຈຸດປະສົງໃນການທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຄັ້ງນີ້ດ້ານໜຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະສ້າງຄວາມເປັນເອກະພາບກັບທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ທີ່ຈະກໍານົດອອກໃນແນວທາງການເມືອງ ແລະແນວທາງການຈັດຕັ້ງຂອງພັກເຮົາເຊິ່ງຈິດໃຈກວມລວມແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານເພື່ອນໍາພາຊີ້ນໍາແກ້ໄຂບັນຫາຕ່າງໆໃຫ້ມີປະສິດທິພາບ ແລະປະສິດທິຜົນໃນ ຊຸມປີຕໍ່ໜ້າ; ສ່ວນອີກດ້ານໜຶ່ງແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນດາ, ພະນັກງານຫຼັກແຫຼ່ງຂອງກະຊວງ ແລະ ອົງການໄປຄຽງຄູ່ກັບບັນດາຄະນະພັກທ້ອງຖິ່ນເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງຮ່າງເອກະສານຂອງກອງປະຊຸມໃຫ້ມີເນື້ອໃນເລິກເຊິ່ງ,ຄົບຖ້ວນ, ແທດເໝາະກັບຕົວຈິງ ແລະ ມີຄວາມອາດສາມາດຈັດ ຕັ້ງປະຕິບັດໃຫ້ເປັນຈິງ.
  ໃນກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ. ຈາກນັ້ນຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຕໍ່ເນື້ອໃນຮ່າງເອກະສານດັ່ງກ່າວກໍ່ຄືບັນຫາທີ່ຕັ້ງຂຶ້ນແນໃສ່ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະດໍາ ເນີນໃນຕໍ່ໜ້າໃຫ້ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມກອງປະຊຸມຈະດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳ ເລັດ.

--------------

ຂ່າວ: ສຸກສັນ ອ້ວນລິທິກຸນ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ