ຫຼາຍແຂວງຮຽນຮູ້ວິທີຫຸ້ມຫໍ່ ແລະໃສ່ສະຫຼາກສິນຄ້າ

  ກົມຊັບສິນທາງປັນຍາ,ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບວິທີການຫຸ້ມຫໍ່,ການໃສ່ສະຫຼາກສິນຄ້າ ແລະການຕະຫຼາດ ເພື່ອເພີ່ມມູນຄ່າໃຫ້ສິນຄ້າຖິ່ນກຳເນີດຂອງລາວຢູ່ຕະຫຼາດພາຍໃນ ແລະຕ່າງປະເທດຂຶ້ນໃນວັນທີ 19 ພະຈິກ 2020, ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະ ທານຂອງທ່ານ ນາງ ຂັນລາສີ ແກ້ວບູນພັນ ຫົວໜ້າກົມຊັບສິນທາງປັນຍາ ກວຕ, ມີຄະນະກົມພາຍໃນກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະກະຊວງອ້ອມຂ້າງ, ຫົວໜ້າ, ຮອງຫົວໜ້າພະແນກ ວຕ ແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ ແລະຈໍາປາສັກພ້ອມດ້ວຍຄະນະປະທານສະມາຄົມ ແລະບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະໂຄງການພັດທະນາທີ່ຕິດພັນກັບວຽກງານຖິ່ນກຳເນີດເຂົ້າຮ່ວມ.

  ທ່ານນາງ ຂັນລາສີ ແກ້ວບູນພັນ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ເປັນການຝຶກອົບຮົມທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງສຳລັບສິນຄ້າທີ່ໄດ້ຮັບການຈົດທະບຽນຖິ່ນກຳເນີດ, ການທີ່ພວກເຮົາສາມາດຈົດທະບຽນປົກປ້ອງເປັນສິນຄ້າຖິ່ນກຳເນີດຖືວ່າເປັນບາດກ້າວແຫ່ງຜົນສຳເລັດອັນໜຶ່ງ, ແຕ່ໜ້າວຽກທີ່ພວກເຮົາຕ້ອງໄດ້ສືບຕໍ່ພາຍຫຼັງການຈົດທະບຽນຖິ່ນກຳເນີດແມ່ນການໂຄສະນາສົ່ງເສີມທາງການຕະຫຼາດກ່ຽວກັບຄວາມພິເສດຂອງສິນຄ້າຖິ່ນກຳເນີດໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງ, ແນໃສ່ເພີ່ມມູນຄ່າສິນຄ້າໃຫ້ສູງຂຶ້ນກວ່າເກົ່າເມື່ອທຽບກັບກ່ອນຈົດທະບຽນ; ໜຶ່ງໃນເຄື່ອງມືທີ່ຊ່ວຍໃນການໂຄສະນາທາງການຕະຫຼາດໃຫ້ສິນຄ້າຖິ່ນກໍາເນີດແມ່ນການຫຸ້ມຫໍ່ ແລະການຕິດສະຫຼາກໃສ່ສິນຄ້າຖິ່ນກຳເນີດຊຶ່ງຕາມລະບຽບການແລ້ວໃນສະຫຼາກສິນຄ້າຖິ່ນກໍາເນີດຢ່າງໜ້ອຍຈະຕ້ອງປະກອບມີຊື່ທີ່ປົກປ້ອງເປັນຖິ່ນກຳເນີດ, ກາໝາຍຖິ່ນກຳເນີດແຫ່ງຊາດ, ກາໝາຍຂອງສະມາຄົມທີ່ເປັນເຈົ້າຂອງຖິ່ນກຳເນີດ, ກາໝາຍ ຫຼືຊື່ຂອງພາກສ່ວນທີ່ໃຫ້ການຢັ້ງຢືນ,ຂໍ້ມູນການຜະລິດສິນຄ້າທີ່ສາມາດກວດກາຢ້ອນຫຼັງໄດ້ເພື່ອຮັບປະກັນການປະຕິບັດຕາມເອກະສານຄຸນລັກສະນະສະເພາະຂອງສິນຄ້າຖິ່ນກຳເນີດ, ສິ່ງດັ່ງກ່າວຈະເປັນການຄໍ້າປະກັນທາງດ້ານຄຸນນະພາບທີ່ເປັນເອກະລັກຈາກຜູ້ຜະລິດສິນຄ້າ, ສ່ວນທາງດ້ານຜູ້ບໍລິໂພກກໍຈະມີຄວາມໝັ້ນໃຈຕໍ່ກັບແຫຼ່ງທີ່ມາທີ່ແທ້ຈິງຂອງສິນຄ້າ ແລະຄຸນນະພາບເອກະລັກທີ່ຕົນຕ້ອງການພ້ອມທັງພໍໃຈຈ່າຍຊື້ສິນຄ້າທີ່ລາຄາສູງຂຶ້ນ.

  ໃນໄລຍະຜ່ານມາການຫຸ້ມຫໍ່ ແລະສະຫຼາກສິນຄ້າສ່ວນໃຫຍ່ເຮັດແບບງ່າຍ, ຂາດສິ່ງທີ່ສາມາດຢັ້ງຢືນກ່ຽວກັບຄຸນນະພາບ ແລະບໍ່ສາມາດກວດກາຢ້ອນຫຼັງໄດ້ຈຶ່ງເຮັດໃຫ້ຜູ້ບໍລິໂພກຂາດຄວາມເຊື່ອໝັ້ນ ແລະຂາຍສິນຄ້າໄດ້ໃນລາຄາຖືກ; ສະນັ້ນ, ເມື່ອພວກເຮົາສາມາດຈົດທະບຽນຖິ່ນກໍາເນີດໄດ້ສໍາເລັດພວກເຮົາກໍຄວນຖືໂອກາດອັນດີນີ້ດຳເນີນການປັບປຸງ, ທັງຍົກລະດັບການຫຸ້ມຫໍ່ ແລະໃສ່ສະຫຼາກສິນຄ້າຖິ່ນກໍາເນີດຂອງພວກເຮົາທີ່ມີເອກະລັກສະເພາະໜຶ່ງດຽວໃນໂລກ ແລະມີຊື່ສຽງຢູ່ແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ, ແນໃສ່ໂຄສະນາທາງການຕະຫຼາດທີ່ສາມາດຊ່ວຍໃຫ້ພວກເຮົາຂາຍສິນຄ້າຖິ່ນກຳເນີດໄດ້ໃນລາຄາທີ່ສູງຂຶ້ນ.