ໜຸ່ມສາວຣັດເຊຍດື່ມແອລກໍຮໍຂ້າເຊື້ອເສຍຊີວິດ 7 ຄົນ

  ຈຸດຈົບຂອງສາຍເມົາ! ເຫດການເກີດຂຶ້ນຢູ່ຣັດເຊຍປະຊາຊົນພາກັນດື່ມເຫຼົ້າໝົດແລ້ວພາກັນຫັນດື່ມແອລກໍຮໍຂ້າເຊື້ອເສຍຊີວິດ 7 ຄົນ ແລະອີກ 2 ຄົນອາການໜັກ.

 ຕາມຂ່າວຕ່າງປະເທດລາຍງານວ່າວັນທີ 24 ພະຈິກເກີດເຫດການສະຫຼົດທີ່ເປັນອຸທາຫອນໃນຣັດເຊຍເມື່ອກຸ່ມເພື່ອນຍິງຊາຍ 9 ຄົນທີ່ກຳລັງສ້າງສັນໃນໝູ່ບ້ານທອມທໍທຸ່ງຕາເວັນອອກຂອງຣັດເຊຍດື່ມແອລກໍຮໍຂ້າເຊື້ອສຳລັບເຮັດຄວາມສະອາດມືຊຶ່ງມີຄວາມເຂັ້ມຂຸ້ນຂອງເມທິນແອລກໍຮໍ (ເມທານອລ) ສູງເຖິງ 69%, ພາຍຫຼັງດື່ມເຄື່ອງດື່ມມືນເມົາທີ່ຊື້ມາກ່ອນໜ້ານີ້ຈົດໝົດກ້ຽງ ແລະຄິດວ່າສານເຮັດຄວາມສະອາດກໍມີແອນກໍຮໍເໝືອນກັນໜ້າຈະດື່ມໄດ້ສົ່ງຜົນເຮັດໃຫ້ງານລ້ຽງທີ່ຄວນຈະສະໜຸກສະໜານຈົບລົງດ້ວຍຄວາມສູນເສຍຢ່າງບໍ່ມີໃຜຄາດຄິດຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະອາການສາຫັດ 2 ຄົນ.

  ດ້ານຣອດໂປເຕນາດຊໍ ໜ່ວຍງານຄຸ້ມຄອງສິດທິຜູ້ບໍລິໂພກ ແລະສະຫວັດດີການມະນຸດຂອງຣັດເຊຍກ່າວວ່າເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງສອບສວນຄະດີດັ່ງກ່າວຂະ ນະທີ່ສຳນັກງານໄອຍາການພາກພື້ນຢືນຢັນວ່າຄົນເຈັບປະເຊີນກັບພາວະແອລກໍຮໍເປັນພິດຈາກການດື່ມແອລກໍຮໍຂ້າເຊື້ອພ້ອມເຕືອນປະຊາຊົນເຖິງອັນຕະລາຍຂອງການບໍລິໂພກແອລກໍຮໍທີ່ຜະລິດມາສຳລັບໃຊ້ສະເພາະພາຍນອກ.