3 ດອກໄມ້ ທີ່ຄວນປູກເປັນສິຣິມົງຄຸນໃຫ້ກັບຄອບຄົວ

  ດອກ​ໄມ້ອີກ​ໜຶ່ງ​ສິ່ງທີ່ຊ່ວຍສ້າງ​ບັນຍາ​ກາດ​ໃນ​ບ້ານ​ເພື່ອເຮັດໃຫ້​ເບິ່ງ​ສົດ​ຊື່ນ, ງາມຕາພ້ອມທັງມີກິ່ນ​ຫອມ ແລະຍັງ​ຊ່ວຍ​ເຮັດໃຫ້​ເຮົາ​ຜ່ອນ​ຄາຍ​ໄດ້​ອີກ​ດ້ວຍມື້ນີ້​ເຮົາຈະ​ພາ​ທຸກ​ຄົນ​ໄປ​ຮູ້​ຈັກ 3 ດອກ​ໄມ້​ທີ່​ນິຍົມ​ປູກ​ໄວ້​ໃນ​ບ້ານ ແລະກໍ່ຍັງມີ​ຄວາມໝາຍ​ທີ່​ດີ​ ແລະ​ເປັນ​ສິ​ຣິມົງ​ຄຸນໃຫ້ກັບເຮົາດ​ອກ​ໄມ້​ທີ່ຄວນປູກໄວ້ມີດັ່ງລຸ່ມນີ້.

. ດອກແກ້ວ: ມີດ​ອກ​ສີ​ຂາວ ​ແລະ​ມີ​ກິ່ນ​ຫອມດອກແກ້ວ​ໝາຍ​ເຖິງ​ສິ່ງ​ຂອງ​ມີ​ຄ່າເຊື່ອ​ກັນ​ວ່າ​ຫາກ​ປູກ​ໄວ້​ຈະ​ຊ່ວຍ​ສົ່ງ​ເສີມ​ໃຫ້​ຜູ້​ອາໄສ​ມີ​ຈິດ​ໃຈ​ທີ່​ດີ ​ແລະ​ບໍລິສຸດ.

. ດອກລຳ​ດວນ: ດອກ​ມີກິ່ນ​ຫອມມັກ​ຄວາມ​ຊື້ນ ຕ້ອງ​ການ​ແສງ​ແດດ​ປານ​ກາງ ແລະ​ເຊື່ອ​ກັນ​ວ່າ​ຫາກ​ບ້ານ​ໃດ​ປູກ​ລຳ​ດວນ​ໄວ້ຈະ​ຊ່ວຍ​ດຶງ​ດູດ​ຄວາມ​ຮັກ ແລະຍັງ​ເຮັດ​ໃຫ້ເປັນ​ຄົນ​ໜ້າ​ຈຳມີ​ແຕ່​ຜູ້​ຄົນ​ຄິດ​ຮອດໃນ​ທາງ​ທີ່​ດີ.

. ດອກກະ​ດັ່ງ​ງາ: ໃບ​ມີ​ສີ​ຂຽວ​ອ່ອນຊໍ່​ຂອງ​ດອກ​ກະ​ດັ່ງ​ງາ​ນັ້ນ​ແຍກ​ຂະແໜງເຊື່ອ​ກັນ​ວ່າ​ຈະຊ່ວຍ​ສົ່ງ​ເສີມ​ໃຫ້​ຄົນ​ໃນ​ບ້ານ​ເປັນ​ທີ່​ນັບ​ຖື​ ແລະມີ​ຊື່​ສຽງ.

----------

ຮຽບຮຽງໂດຍ: ຟ້າ