ຮະຢອນບິນ ໄດ້ຮັບເລືອກເປັນນັກການທູດ ຂອງໂມງໂອເມກາ

  ເຖິງແມ່ນວ່າ ປະຈຸບັນໜຸ່ມ ຮະຢອນບິນຈະຍັງບໍ່ມີຜົນງານຊີຣີ ຫຼື ຮູບເງົາເລື່ອງໃໝ່ອອກມາແຕ່ຄວາມໂດ່ງດັງຂອງລາວຍັງບໍ່ຈາງລົງງ່າຍໆເພາະຫຼ້າສຸດຕົ້ນສັງກັດເປີດເຜີຍວ່າ ຮະຢອນບິນ ເປັນຊຸບຕາ ສ.ເກົາຫຼີຄົນທຳອິດທີ່ໄດ້ຮັບເລືອກໃຫ້ເປັນນັກການທູດຂອງໂມງສຸດຫຼູຈາກປະເທດສະວິດໂອເມກາ.

  ໂອເມກາໄດ້ປ່ອຍຮູບພາບສຸດງາມຂອງໜຸ່ມ ຮະຢອນບິນ ທີ່ເຜີຍສະເໜ່ອັນເລິກລໍ້າ ແລະນິ້ມນວນ ຂອງລາວ ໂດຍປະທານຂອງໂອ ເມກາເປີດເຜີຍວ່າ ຮະຢອນບິນນັ້ນມີທັກສະທີ່ພິເສດຫຼາຍທີ່ເຮັດໃຫ້ລາວສາມາດຖ່າຍທອດຕົວລະຄອນທີ່ເຂົາຕ້ອງການໄດ້ຢ່າງກ້າຫານ ແລະໝັ້ນໃຈເຮົາຄົ້ນພົບວ່າ ຄວາມເປັນເລີດນັ້ນລວມທັງລາຍລະອຽດອັນງົດງາມເຮັດໃຫ້ເຂົາຢືນຢັນໃນອາຊີບຂອງຕົນເອງ ແລະແນ່ນອນວ່າມັນມີບາງຢ່າງທີ່ກົງກັບຄຸນຄ່າຂອງຍີຫໍ້ ໂອເມກາ ທີ່ເຮົາຢາກຈະຮ່ວມແບ່ງປັນຍິ່ງໄປກວ່ານັ້ນການທີ່ ຮະຢອນບິນ ເປັນນັກສະແດງທີ່ບໍ່ມີທີ່ຕິເຮົາໝັ້ນໃຈ ວ່າເຂົາຈະເຮັດວຽກຮ່ວມກັບໂອເມກາ ຊຶ່ງເປັນຍີ່ຫໍ້ໂມງທີ່ດີເດັ່ນ ແລະສົມບູນແບບໄດ້ດີດ້ານຮະຢອນບິນ ກໍເຜີຍຄວາມຮູ້ສຶກວ່າ ໂອເມກາ ນັ້ນມີຈິດວິນຍານແຫ່ງການບຸກເບີກ ແລະສະແຫວງຫານະວັດຕະກຳໃໝ່ໆແບບບໍ່ມີສິ້ນສຸດໃນຖານະນັກການທູດຂ້ອຍຕັ້ງຕາລໍທີ່ຈະສ້າງບາດກ້າວໃໝ່.