ຜົນກອງປະຊຸມທາງໄກຮ່ວມມືອາຊຽນກ່ຽວກັບວຽກງານລັດຖະກອນ

  ກະຊວງພາຍໃນ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມທາງໄກຮ່ວມມືອາຊຽນກ່ຽວກັບວຽກງານລັດຖະກອນລະດັບເຈົ້າໜ້າທີ່ອາວຸໂສ ແລະຫົວໜ້າລັດຖະກອນອາຊຽນ ຄັ້ງທີ 20 ທີ່ຈັດຂຶ້ນໃນລະຫວ່າງວັນທີ 17-18 ພະຈິກ 2020 ປະເທດໄທເປັນເຈົ້າພາບ ໂດຍ ມີຫົວໜ້າລັດຖະກອນອາຊຽນ, ເຈົ້າໜ້າທີ່ອາວຸໂສ ແລະວິຊາການຈຳນວນໜຶ່ງທີ່ກ່ຽວຂ້ອງຈາກປະເທດສະມາຊິກອາຊຽນ ແລະປະເທດບວກສາມ; ສຳລັບ ສປປ ລາວ ຕາງໜ້າແມ່ນທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມປະເມີນຜົນ ແລະພັດທະນາລັດຖະກອນທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ແລະທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນໃນນາມເປັນຫົວໜ້າລັດຖະກອນອາຊຽນຝ່າຍ ສປປ ລາວ ແລະຄະນະວິຊາການຈາກກົມຄຸ້ມຄອງລັດຖະກອນ, ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະຝຶກອົບຮົມ, ກົມປະເມີນຜົນ ແລະພັດທະນາລັດ ຖະກອນ, ຫ້ອງການຂອງກະຊວງພາຍໃນ ແລະຕາງໜ້າກົມອາຊຽນຈາກກະຊວງການຕ່າງປະເທດເຂົ້າຮ່ວມ
  ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາແຜນງານການຮ່ວມມືອາຊຽນ, ອາຊຽນບວກສາມແຕ່ ປີ 2021-2025 ກ່ຽວກັບວຽກງານລັດຖະກອນ, ຮັບຟັງການລາຍງານ ແລະແລກປ່ຽນບົດຮຽນກ່ຽວກັບບົດບາດໜ້າທີ່ ແລະຄວາມຮັບຜິດຊອບຂອງລັດຖະກອນໃນການ ຕອບໂຕ້ການແຜ່ລາມພະຍາດໂຄ ວິດ-19 ລະຫວ່າງປະເທດສະມາຊິກອາຊຽນ ແລະອາຊຽນບວກ ສາມ (ສປ ຈີນ, ສ. ເກົາຫຼີ ແລະຍີ່ ປຸ່ນ), ພ້ອມທັງໄດ້ຮັບຟັງການກະກຽມ ແລະວາງແຜນໃນການຈັດກອງປະຊຸມຮ່ວມມືອາຊຽນກ່ຽວກັບວຽກງານລັດຖະກອນຄັ້ງທີ 21 ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບ ແລະປຶກສາຫາລືປະເດັ່ນຕ່າງໆທີ່ແຕ່ລະປະເທດໃຫ້ຄວາມສົນໃຈ.
  ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ແລະຮັບຮອງບາງເອກະສານທີ່ມີຄວາມສຳຄັນສຳລັບວຽກງານ ຮ່ວມມືອາຊຽນກ່ຽວກັບລັດຖະກອນໃນຕໍ່ໜ້າເປັນຕົ້ນແມ່ນບົດລາຍງານ, ທົບທວນການຕິດຕາມກວດກາ ແລະປະເມີນຜົນການປະ ຕິບັດແຜນງານຮ່ວມມືອາຊຽນ ແລະອາຊຽນບວກສາມກ່ຽວກັບວຽກງານລັດຖະກອນແຕ່ປີ 2016- 2020; ບົດລາຍງານຄວາມຄືບໜ້າກ່ຽວກັບການຮ່າງ, ພັດທະນາ ແລະຮັບຮອງເອົາແຜນງານຮ່ວມມືອາຊຽນ ແລະອາຊຽນບວກສາມ ກ່ຽວກັບວຽກງານລັດ ຖະກອນແຕ່ປີ 2021-2025 ຊຶ່ງ ປະກອບມີ 12 ຂົງເຂດບູລິມະສິດ: ສົ່ງເສີມການສ້າງຂີດຄວາມສາມາດ ແລະມາດຖານຂອງບຸກຄະລາກອນໃນພາກລັດ; ການສ້າງຂີດຄວາມສາມາດໃຫ້ການຈັດຕັ້ງ ແລະການພົວພັນປະສານງານພາຍໃນ; ການນຳພາທີ່ມີການປ່ຽນແປງ; ຍົກສູງສູນຂໍ້ມູນຂ່າວສານອາຊຽນ; ການປັບປຸງພາກລັດ ແລະຫັນເປັນທັນສະໄໝ; ການປົກຄອງແບບ ອີເລັກໂທນິກ; ການຄຸ້ມຄອງ ແລະພັດທະນາຊັບພະຍາກອນມະນຸດ; ການປັບປຸງປະສິດທິພາບຢູ່ໃນພາກລັດ; ປົກຄອງທີ່ດີ; ການປັບປຸງບໍລິຫານລັດ; ການສ້າງຂີດຄວາມເຂັ້ມແຂງ ແລະການຮ່ວມມືຂອງອົງການປົກຄອງຂັ້ນທ້ອງຖິ່ນ; ການຄົ້ນຄວ້າວິໄຈ ແລະການປະດິດສ້າງ; ແລະກວມເອົາ 80 ກິດຈະກໍາທີ່ປະເທດສະມາຊິກອາຊຽນ ແລະບວກສາມຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ.
  ສ່ວນ ສປປ ລາວ ສະເໜີ 3 ກິດຈະກໍາເພື່ອເປັນການແລກປ່ຽນກັບບັນດາປະເທດສະມາຊິກ ແລະອາຊຽນບວກສາມຄື: ການຫັນເປັນທັນສະໄໝໃນການໃຫ້ບໍລິ ການຢູ່ພາກລັດ; ກອງປະຊຸມສຳມະນາກ່ຽວກັບລະບົບ, ວິທີການຮຽນຮູ້ທາງໄກທີ່ມີປະສິດທິພາບ ແລະປະສົບການຫຼຸດຜ່ອນຈໍານວນລັດຖະກອນໃນພາກລັດກັບປະເທດບວກສາມ; ພ້ອມກັນນີ້ກອງປະຊຸມ ໄດ້ຮັບຮອງເອົາແຜນການ ແລະກິດຈະກຳກ່ຽວກັບການກະກຽມການເປັນເຈົ້າພາບກອງປະຊຸມຮ່ວມມືອາຊຽນກ່ຽວກັບວຽກງານລັດຖະກອນຄັ້ງທີ 21 ໃນປີ 2021-2022 ຈາກ ສສ ຫວຽດນາມ ແລະຈັດພິທີມອບ-ຮັບຢ່າງເປັນທາງການລະຫວ່າງສຳນັກງານຂ້າລາດສະການແຫ່ງປະເທດໄທກັບກະຊວງພາຍໃນຂອງ ສສ ຫວຽດນາມຕາມລະບຽບການ.

----

ໜັງສືພິມ ເສດຖະກິດ-ສັງຄົມ